ຄະນະຜູ້ແທນລາວ ນໍາໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່່າງສົມກຽດພາຍໃຕ້ການເປັນປະທານຂອງທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ພົນເອກ ຟານວັນຢາງ ຕ້ອນຮັບພົນເອກ ຈັນສະໝອນ ຈັນຍາລາດ. ພາບ: qdnd.vn
leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຕັ້ງແຕ່ວັນທີ 22-23 ຕຸລາ ຢູ່ເຂດເມືອງມົກເຈົາ (ແຂວງເຊີນລາ) ແລະເມືອງສົບເບົາ (ເແຂວງຫົວພັນ).

ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ແລະລາວ ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ. ເມື່ອເດືອນທັນວາ ປີ 2021, ດ້ວຍກິດຈະກໍາເຄື່ອນໄຫວຕ່າງໆທີ່ມີຄວາມໝາຍຫຼາຍຢ່າງ ເຊິ່ງດໍາເນີນຢູ່ເມືອງ ເຮື່ອງຮວ໊າ (ແຂວງກວາງຈິ້) ແລະເມືອງເຊໂປນ (ແຂວງສະຫວັນນະເຂດ), ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈທີ່ດີກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນສອງປະເທດ.

leftcenterrightdel
 
leftcenterrightdel
 
leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ປູກຕົ້ນໄມ້ມິດຕະພາບທີ່ດ່ານຊາຍແດນລ່ອງເຊິບ. ພາບ: qdnd.vn

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສໍາຄັນໃນປີ 2024 ຂອງກະຊວງປ້ອງກັນປະເທດສອງປະເທດ, ໄດ້ຮັບການຈັດຕັ້ງໂດຍເລີ່ມມາຈາກທັດສະນະຊີ້ນໍາຂອງສອງພັກ, ສອງລັດກ່ຽວກັບການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ນີ້ແມ່ນໂອກາດ ເພື່ອໃຫ້ສອງປະເທດສືບຕໍ່ຢັ້ງຢືນແຜນນະໂຍບາຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ເຊິ່ງໄດ້ຮັບການກໍານົດວ່າ ແມ່ນເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ປະກອບສ່ວນໂດຍກົງເຂົ້າໃນການປັບປຸງການພົວພັນສະໜິດແໜ້ນລະຫວ່າງສອງປະເທດ, ພິເສດແມ່ນລະຫວ່າງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນເຂດຊາຍແດນ, ພ້ອມກັນນັ້ນຍົກສູງຄວາມຮັບຜິດຊອບຂອງກໍາລັງປ້ອງກັນຊາຍແດນສອງປະເທດຮ່ວມແຮງຮ່ວມໃຈສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກ ໃນການຄຸ້ມຄອງ, ປ້ອງກັນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

leftcenterrightdel
ຄະນະຜູ້ແທນທັງສອງຝ່າຍຖ່າຍຮູບລວມ. ພາບ: qdnd.vn

ໂດຍ: ທະນາພອນ