leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມ. ພາບ: baosonla.org.vn

ຊຸດຝຶກອົບຮົມຄັ້ງນີ້ໄດ້ຮັບການຈັດເປັນ 3 ຫ້ອງຮຽນ, ຄື: ວຽກງານແພດທະຫານ, ອາວຸດຍຸດໂທປະກອນ, ວຽກງານລົດ-ເຄື່ອງຈັກ. ບັນດາຫ້ອງຮຽນຈັດຂຶ້ນຢູ່ໂຮງໝໍກອງທັບ 6, ກອງພັນໃຫຍ່ 754 ແລະວິທະຍາໄລເຕັກນິກເຕັກໂນໂລຢີເຊີນລາ.

ໃນໄລຍະ 6 ວັນ (ແຕ່ວັນທີ 23-28 ກັນຍາ), ບັນດານັກຮຽນການທະຫານໄດ້ຮັບການຝຶກອົບຮົມ ແລະແລກປ່ຽນບົດຮຽນປະສົບການກ່ຽວກັບ: ເຕັກນິກການບັນທຶກ ແລະອ່ານຜົນການແທກຫົວໃຈ; ແນະນໍາການນໍາໃຊ້ເຄື່ອງຈັກການແພດພື້ນເມືອງ ແລະການຟື້ນຟູອະໄວຍະວະ; ວຽກງານປະຖົມພະຍາບານເບື້ອງຕົ້ນ; ຂຸດຄົ້ນ ແລະບຸລະນະສ້ອມແປງລົດ ແລະພາຫະນະ; ກວດກາ ແລະສ້ອມແປງລົດທະຫານ; ການຄຸ້ມຄອງ ແລະຊັບຊ້ອນອາວຸດຍຸດໂທປະກອນ ແລະ ລູກປືນຢູ່ກົມກອງ...

leftcenterrightdel
ບັນດາພະນັກງານໃນກອງບັນຊາການທະຫານ 9 ແຂວງຂອງລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: baosonla.org.vn

ກ່າວຄຳເຫັນທີ່ພິທີເປີດ, ສະຫາຍນາງ ຈ໋າງທິຊວັນ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງເຊີນລາ ໄດ້ຮຽກຮ້ອງໃຫ້ກອງບັາຊາການທະຫານແຂວງເຊີນລາ ເປັນປະທານ, ສົມທົບກັບບັນດາພະແນກ, ຂະແໜງການຮັບປະກັນເງື່ອນໄຂໃຫ້ແກ່ພະນັກງານຂອງປະເທດເພື່ອນລາວ ໄປທັດສະນະສຶກສາຕົວຈິງທີ່ຢູ່ຮາກຖານ, ກົມກອງຕ່າງໆໃນບໍລິເວນແຂວງ. ຄັດເລືອກ ແລະມອບໜ້າທີ່ໃຫ້ບັນດາຄູສອນ ທີ່ມີຄວາມສາມາດ, ລະດັບຄວາມຮູ້ ແລະມີປະສົບການເພື່ອເຂົ້າຮ່ວມການສິດສອນ. ສ້າງເນື້ອໃນຫຼັກສູດຝຶກອົບຮົມທີ່ແທດຈິງ, ເໝາະສົມກັບເງື່ອນໄຂຂອງປະເທດເພື່ອນ.

ໂດຍ: ທູຈາງ