ຢ້ຽມຊົມເຂດເຕັກນິກກອງພັນໃຫຍ່ 102 (ກອງພົນທະຫານຮາບຍານເກາະ 308, ກອງພົນໃຫຍ່ 308), ພັນເອກ ຫງວຽນຈຸງແທ່ງ ຮອງຫົວໜ້າພະແນກພະລາທິການ-ເຕັກນິກກອງພົນ 308 ໃຫ້ຮູ້ວ່າ ກອງພັນໃຫຍ່ 102 ແມ່ນໜຶ່ງໃນບັນດາກົມກອງຕົວແບບ, ແມ່ນກໍາລັງຫຼັກແຫຼ່ງແກ່ນສານຂອງກອງພົນ ກ່ຽວກັບການປະຕິບັດວຽກງານເຕັກນິກ; ໄດ້ຮັບມອບໝາຍເປັນເຈົ້າພາບ ແລະເຂົ້າຮ່ວມບັນດາກອງປະຊຸມ, ການແຂ່ງຂັນເຕັກນິກລະດັບກອງພົນໃຫຍ່ ແລະທົ່ວກອງທັບ. ໃນຊຸມປີຜ່ານມາ, ກອງພົນໄດ້ຮັບການລົງທຶນກໍ່ສ້າງອາຄານລົດຕັງ, ຍານເກາະຈໍານວນ 3 ຫຼັງ, ອາຄານລົດໂອໂຕ 2 ຫຼັງ, ອູ່ສ້ອມແປງສັງລວມ 2 ອູ່; ປັບປຸງພື້ນຖານເຕັກນິກ, ຄັງສາງ. ເຂົ້າຮ່ວມບັນດາການແຂ່ງຂັນລະດັບກອງພົນໃຫຍ່ ແລະທົ່ວກອງທັບ, ຄື: ການພາລະກອນເຕັກນິກເກັ່ງ; ເຕັກນິກລົດຕັງຍານເກາະ; ການແຂ່ງຂັນລົດດີ, ຂັບຂີ່ປອດໄພ; ກົມກອງຂົນສົ່ງດີ... ກອງພົນລ້ວນແຕ່ຍາດໄດ້ລາງວັນສູງ.

leftcenterrightdel
ການນໍາກອງພົນໃຫຍ່ 12 ກວດກາວຽກງານຮັບປະກັນເຕັກນິກລົດຈັກ, ລົດຕັງຍານເກາະ ຢູ່ກອງພັນໃຫຍ່ 102 (ກອງພົນ 308). ພາບ: qdnd.vn

ໂດຍປະຕິບັດຕາມມະຕິເລກທີ 1656-NQ/QUTW ລົງວັນທີ 20 ທັນວາ 2022 ຂອງຄະນະພັກການທະຫານສູນກາງ ວ່າດ້ວຍການນໍາພາວຽກງານເຕັກນິກຮອດປີ 2030 ແລະຊຸມປີຕໍ່ໜ້າ ແລະການຊີ້ນໍາຂອງກອງພົນໃຫຍ່ 12, ກອງພົນ 308 ໄດ້ຜັນຂະຫຍາຍຮອບດ້ານ, ມີຈຸດສຸມ, ບຸລິມະສິດແກ່ການອົບຮົມຫັດແອບ, ເປັນເຈົ້າການນໍາໃຊ້ອາວຸດຍຸດໂທປະກອນ, ພາຫະນະຍານເກາະ, ຮັບປະກັນຍົກສູງຄວາມສາມາດເຄື່ອນທີ່, ເມື່ອມີຄໍາສັ່ງແມ່ນສາມາດປະຕິບັດໜ້າທີ່ໄດ້ຢ່າງທັນທີ່. 

ພົ້ນເດັ່ນແມ່ນວຽກງານປະກອບເຕັກນິກ, ລົດຕັງຍານເກາະ ແລະພາຫະນະຍານເກາະທີ່ສອດຄ່ອງ, ທັນສະໄໝ, ຮັບປະກັນຄຸນນະພາບ. ກະຊວງປ້ອງກັນປະເທດ ໄດ້ເລືອກກອງພົນ 308 ເປັນເຈົ້າພາບຈັດຕັ້ງກອງປະຊຸມວຽກງານລົດຕັງ-ຍານເກາະທີ່ສອດຄ່ອງ, ທັນສະໄໝ, ຮັບປະກັນຄຸນນະພາບທົ່ວກອງທັບ, ໄລຍະ 2009-2011. ໃນ 5 ປີ (2019-2024), ກອງພົນ 308 ໄດ້ດໍາເນີນການປະກອບລົດຕັງຍານເກາະ 40 ກວ່າຄັນ ແລະລົດໂອໂຕເກືອບ 80 ຄັນທີ່ສອດຄ່ອງ, ທັນສະໄໝ, ຮັບປະກັນຄຸນນະພາບ; ຈັດຕັ້ງການເກັບຮັກສາອາວຸດຍຸດໂທປະກອນ, ລົດຕັງຍານເກາະ, ລົດໂອໂຕ ໄລຍະຍາວ, ໄລຍະສັ້ນຕາມຂໍ້ກໍານົດ, ປະຕິບັດສໍາເລັດ ແລະລື່ນຄາດໝາຍທີ່ໄດ້ວາງອອກ. ໃນວຽກງານຮັບປະກັນເຕັກນິກລົດຕັງຍານເກາະ, ພາຫະນະຫຸ້ມເກາະການທະຫານ ທີ່ສອດຄ່ອງ, ທັນສະໄໝ, ຮັບປະກັນຄຸນນະພາບ, ຂະແໜງລົດຈັກ-ລົດຕັງຍານເກາະ (ຫ້ອງພະລາທິການ-ເຕັກນິກ) ໄດ້ເປັນເຈົ້າການສໍາຫຼວດ, ສ້າງແຜນການ, ເປັນເສນາທິການໃຫ້ການນໍາຫ້ອງ ແລະກອງພົນ ຊີ້ນໍາ, ຜັນຂະຫຍາຍຢ່າງຕັ້ງໜ້າ. 

leftcenterrightdel
ຄະນະປະຕິບັດງານກົມໃຫຍ່ເຕັກນິກກວດກາວຽກງານຮັບປະກັນເຕັກນິກລົດຈັກ, ລົດຕັງຍານເກາະ ຢູ່ ກອງພັນໃຫຍ່ 102 (ກອງພົນ 308). ພາບ: qdnd.vn

ພິເສດ, ຂະແໜງລົດຈັກ ໄດ້້ເອົາໃຈໃສ່ອົບຮົມຫັດແອບວຽກງານຕັກນິກ, ບໍາລຸງສ້າງຖັນແຖວພະນັກງານ, ພາລະກອນ, ບໍາລຸງວິຊາຊີບໃຫ້ຜູ້ຂັບລົດ; ປະຕິບັດວຽກງານກວດກາ, ຮັກສາ, ກວດກາ ແລະຕີລາຄາຄຸນນະພາບເຕັກນິກ, ບູລະນະຮັກສາ, ສ້ອມແປງລົດຈັກໄດ້ເປັນຢ່າງດີ, ແນໃສ່ຮັບປະກັນຄ່າສໍາປະສິດເຕັກນິກ, ສະພາບເຕັກນິກໃຫ້ດີທີ່ສຸດ, ເມື່ອມີຄໍາສັ່ງແມ່ນສາມາດເຄື່ອນທີ່ປະຕິບັດໜ້າທີ່ໄດ້ເລີຍ. ວິວັດການຮັບປະກັນເຕັກນິກ, ຂະແໜງລົດຈັດໄດ້ຮັກສາລະບອບວຽກງານຕ່າງໆ, ບໍລິຫານເຕັກນິກເປັນເອກະພາບຢ່າງເຂັ້ມງວດ; ປະຕິບັດເນື້ອໃນວັນເຕັກນິກປະຈຳອາທິດ, ປະຈຳເດືອນ, ຊົ່ວໂມງຮັກສາໃນແຕ່ລະວັນ; ຍູ້ແຮງຂະບວນການແຂ່ງຂັນ, ເສີມຂະຫຍາຍບັນດາໜ່ວຍ, ກຸ່ມຫຼັກແຫຼ່ງໃນການແກ້ໄຂບັນດາບັນຫາເຕັກນິກທີ່ເກີດຂຶ້ນຈາກສະພາບຕົວຈິງ, ຍູ້ແຮງການເຄື່ອນໄຫວລິເລີ່ມ, ດັດແປງເຕັກນິກ ແລະນໍາໃຊ້ເຂົ້າໃນສະພາບຕົວຈິງຂອງກົມກອງ.

ນໍາເອົາສິ່ງທີ່ໄດ້ຮັບຈາກການໄປທັດສະນະສຶກສາຕົວຈິງຢູ່ຮາກຖານເຕັກນິກ ແລະວຽກງານຮັບປະກັນເຕັກນິກລົດຈັກ, ລົດຕັງຍານເກາະຢູ່ກົມກອງຮາກຖານ ເພື່ອແລກປ່ຽນກັບຄະນະນໍາກອງພົນ, ພັນເອກ ຟານເຄວຫວູ ຫົວໜ້າພະແນກພະລາທິການ-ເຕັກນິກຂອງກອງພົນ ໃຫ້ຮູ້ວ່າ ແຕ່ປີ 2024, ໜ້າທີ່ຂອງກອງພົນແມ່ນໄດ້ຂະຫຍາຍ ແລະເປີດກວ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”, ກອງພົນໄດ້ປະກອບພາຫະນະອາວຸດ, ລົດຈັກ, ລົດຕັງຍານເກາະໃໝ່ທີ່ໄດ້ຮັບການບູລະນະຍົກລະດັບໃຫ້ສອດຄ່ອງ, ທັນສະໄໝ, ຮັບປະກັນຄຸນນະພາບ, ສະນັ້ນ ວຽກງານເຕັກນິກຮຽກຮ້ອງໃຫ້ສູງກວ່າ ແລະມີຄຸນນະພາບດີກວ່າ. ດັ່ງນັ້ນ, ຂະແໜງເຕັກນິກກອງພົນຕ້ອງສືບຕໍ່ຍົກສູງຄຸນນະພາບການອົບຮົມຫັດແອບ, ບໍາລຸງສ້າງ, ຊັບສ້ອນພະນັກງານເຕັກນິກໃຫ້ສອດຄ່ອງ, ບຸລິມະສິດບັນດາກົມກອງກຽມພ້ອມສູ້ຮົບ, ເຄື່ອນທີ່ປະຕິບັດໜ້າທີ່ເມື່ອມີຄໍາສັ່ງ ແລະມີບັນຫາທີ່ເກີດຂຶ້ນ”.

ຕາມພັນເອກ ຟານເຄວຫວູ, ຫ້ອງພະລາທິການ-ເຕັກນິກ ຕ້ອງຊີ້ນໍາຂະແໜງລົດຈັກ-ລົດຕັງຍານເກາະ ຍົກສູງການເປັນເສນາທິການ; ກໍາແໜ້ນສະພາບລົດຈັກ, ລົດຕັງຍານເກາະ; ອົບຮົມຫັດແອບເປັນເຈົ້າການນໍາໃຊ້ບັນດາພາຫະນະຍານເກາະ ທີ່ໄດ້ຮັບການບັນຈຸຢ່າງຊໍານິຊໍານານ; ປະຕິບັດວຽກງານຮັບປະກັນເຕັກນິກເປັນຢ່າງດີ, ຮັກສາຄົບຊຸດ ແລະຜັນຂະຫຍາຍແຜນຜັງໃຫ້ເປັນຢ່າງດີ, ປະກອບພາຫະນະເຕັກນິກຕາມແຜນການທີ່ສອດຄ່ອງ, ທັນສະໄໝ ແລະຮັບປະກັນຄຸນນະພາບ.

ຫ້ອງພະລາທິການ-ເຕັກນິກຕ້ອງເພີ່ມທະວີການເປັນເສນາທິການໃຫ້ຄະນະພັກ, ຄະນະບັນຊາກອງພົນ 308 ນໍາພາ, ຊີ້ນໍາຮອບດ້ານວຽກງານເຕັກນິກ, ໃນນັ້ນໃຫ້ບຸລິມະສິດແກ່ການຍົກສູງລະດັບຄວາມຮູ້, ຄວາມສາມາດເຄື່ອນທີ່ຂອງກອງພົນ; ຍູ້ແຮງຂະບວນການແຂ່ງຂັນເດັດຂາດມີໄຊ, ກໍ່ສ້າງ ແລະຂະຫຍາຍກົມກອງຕົວແບບ, ຮູບແບບດີ, ວິທີເຮັດທີ່ມີປະສິດທິຜົນ, ໂດຍສະເພາະແມ່ນຮູບແບບຮັກສາລົດດີ, ຂັບຂີ່ປອດໄພ; ປະຕິບັດບັ້ນຂົນຂວາຍ “ຄຸ້ມຄອງ, ນໍາໃຊ້ອາວຸດຍຸດໂທປະກອນເຕັກນິກເປັນຢ່າງດີ, ທົນທານ, ປອດໄພ, ປະຢັດ ແລະຮັບປະກັນຄວາມປອດໄພໃນການຈະລາຈອນ”, ປະກອບສ່ວນກໍ່ສ້າງກອງພົນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ແບບຢ່າງ, ດີເດັ່ນ”.

ໂດຍ: ໄຊຊະນະ