ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນແຫ່ງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະຂົງເຂດຕ່າງໆ; ສະພາບການຜັນຂະຫຍາຍບັນດາໜ້າທີ່ຂອງສອງຄະນະໂຄສະນາ; ເນື້ອໃນຫຼັກ ແລະສຳຄັນໃນວຽກງານການເມືອງ, ແນວຄິດ ແລະບັນດາບົດຮຽນພຶດຕິກຳຕົວຈິງຂອງສອງປະເທດ.

leftcenterrightdel
ທ່ານ ລ້າຍຊວນໂມນ ຮອງຫົວໜ້າຜູ້ປະຈໍາການຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ຈັດພິທີປະດັບຫຼຽນໄຊຂອງລັດຫວຽດນາມ ໃຫ້ແກ່ພະນັກງານຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະຫຼຽນໄຊຂອງລັດລາວ ໃຫ້ແກ່ພະນັກງານຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ. ຕາມນັ້ນແລ້ວ, ໂດຍໄດ້ຮັບການມອບສິດຈາກພັກ ແລະລັດລາວ, ທ່ານ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ III ຂອງປະທານປະເທດລາວ ໃຫ້ທ່ານ ລ້າຍຊວນໂມນ. ໂດຍໄດ້ຮັບການມອບສິດຈາກພັກ ແລະລັດຫວຽດນາມ, ທ່ານ ລ້າຍຊວນໂມນ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ II, ຊັ້ນ III ແລະຫຼຽນໄຊ, ຫຼຽນກາມິດຕະພາບອີກຫຼາຍອັນໃຫ້ແກ່ບັນດາການນຳຂອງຄະນະໂຄສະນາອົບຮົມ, ພະນັກງານຂັ້ນກົມ ແລະອະດີດພະນັກງານຂັ້ນກົມຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ເນື່ອງໃນໂອກາດນີ້, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ມອບຄອມພິວເຕີ 10 ຊຸດ ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ເພື່ອຮັບໃຊ້ວຽກງານວິຊາສະເພາະ.

ໂດຍ: ສີສະຫວັດ