ວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທີ່ ນິວຢອກ, ອາເມລິກາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍຜັນຂະຫຍາຍໝາກຜົນບການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະໂຄງການກະທຳຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດໄລຍະ 2024-2028 ຢ່າງມີປະສິດທິຜົນ; ທ່ານເຊື່ອໝັ້ນວ່າ ສອງປະເທດຈະບັນລຸເລື່ອງນຳວົງເງິນການຄ້າ 2 ຝ່າຍຂຶ້ນເປັນ 20 ຕື້ USD/ປີ ແລະເພີ່ມຂຶ້ນກວ່າ 30 ຕື້ USD ໃນປີ 2030.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: PTI

ກ່ຽວກັບການຮ່ວມມືຢູ່ພາກພື້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ອິນເດຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນຫຼັກການ, ບົດບາດໃຈກາງຂອງອາຊຽນ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ພ້ອມກັນຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ.

ສ່ວນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃຫ້ຮູ້ວ່າ, ອິນເດຍ ຈະຊຸກຍູ້ການພົວພັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກັບ ອາຊຽນ ແລະ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຫຼືແມ່ນທ່າແຮງຂອງສອງຝ່າຍ, ຄື: ການເຊື່ອມຕໍ່ດີຈີຕອນ, ເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງແບບຍືນຍົງ, ພະລັງງານທົດແທນ ແລະ ຄວາມໝັ້ນຄົງທາງທະເລ.

ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບບັນດາສະມາຊິກເຄືອຂ່າຍນະວັດຕະກຳຫວຽດນາມ ແລະ ນັກຊ່ຽວຊານຫວຽດນາມ ຢູ່ ອາເມລິກາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ, ເຄືອຂ່າຍນະວັດຕະກຳ ຫວຽດນາມ ຕ້ອງແບ່ງປັນພູມປັນຍາ ແລະ ນຳໃຊ້ບັນດາຄວາມກ້າວໜ້າດ້ານເຕັກໂນໂລຢີເຂົ້າໃນວິວັດການພັດທະນາຂອງປະເທດຊາດ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ດ້ານພູມປັນຍາ, ເຕັກໂນໂລຢີ ນຳບັນດາສິ່ງຍອດຍິ່ງ, ຄວາມກ້າວໜ້າຂອງໂລກມາຫາຫວຽດນາມ.

ໂດຍ: ກວຽດເຕິມ