ງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ-ຍີ່ປຸ່ນ ໄດ້ດຶງດູດບັນດານັກການເມືອງ, ຜູ້ຕາງໜ້າບັນດາອົງການຂຶ້ນກັບລັດຖະບານ ແລະບໍ່ຂຶ້ນກັບລັດຖະບານ, ນັກທຸລະກິດ, ນັກສິລະປິນ, ນັກກິລາທີ່ມາຈາກຍີ່ປຸ່ນ, ປະຊາຄົມຊາວຍີ່ປຸ່ນ ທີ່ພວມດໍາລົງຊີວິດຢູ່ຫວຽດນາມ ພ້ອມກັບປະຊາຊົນ, ນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

leftcenterrightdel
ລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທໍາຂອງ ໂຮ້ຍອານ-ຍີ່ປຸ່ນ. ພາບ:  vov.vn

ກ່າວຄຳເຫັນທີ່ພິທີປິດ, ທ່ານ ຫງວຽນວັນເຊີນ ປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍອານ ໄດ້ເນັ້ນໜັກວ່າ ງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ-ຍີ່ປຸ່ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະນັບມື້ນັບໄດ້ຮັບຄວາມສົນໃຈຂອງຫຼາຍທ້ອງຖິ່ນ, ອົງການຈັດຕັ້ງ ແລະບຸກຄົນທັງຈາກຝ່າຍຍີ່ປຸ່ນ ແລະຫວຽດນາມ. ຜ່ານເຫດການດັ່ງກ່າວ ໄດ້ປະກອບສ່ວນຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະປັບປຸງສາຍພົວພັນທີ່ສະໜິດດສະໜົມລະຫວ່າງປະຊາຊົນສອງປະເທດ; ສົ່ງສານກ່ຽວກັບນໍ້າໃຈມິດຕະພາບທີ່ໝັ້ນແກ່ນ, ຜ່ານຜ່າອຸປະສັກ ແລະຄວາມຫຍຸ້ງຍາກເພື່ອພ້ອມກັນມຸ່ງໄປເຖິງອະນາຄົດ.

ໃນຂອບເຂດພິທີປິດ ຍັງໄດ້ດຳເນີນລາຍການສະແດງສິລະປະ “ອຳລາເພື່ອນ” ປິດງານພົບປະແລກປ່ຽນວັດທະນະທຳໂຮ້ຍອານ-ຍີ່ປຸ່ນ ຄັ້ງທີ 20.

ໂດຍ: ທູຈາງ