ໂດຍດໍາເນີນມາແຕ່ວັນທີ 23 ຮອດວັນທີ 25 ສິງຫາ, ລາຍການ “ຊຸມວັນຮ່າໂນ້ຍ ຢູ່ນະຄອນໂຮ່ຈີມິນ” ໄດ້ສະແດງໃຫ້ເຫັນສີສັນວັດທະນະທໍານະຄອນຫຼວງທີ່ເປັນມູນເຊື້ອ, ສ້າງຄວາມປະທັບໃຈອັນເລິກດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ຫຼາຍຮູບຫຼາຍບແບບ... ລາຍການໄດ້ດຶງດູດຄວາມສົນໃຈຂອງມະຫາຊົນ, ປະຊາຊົນນະຄອນ, ແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດກວ່າ 50.000 ເທື່ອຄົນມາຢ້ຽມຊົມ, ເຂົ້າຮ່ວມຄົ້ນຫາຕົວຈິງການເຄື່ອນໄຫວ. ໃນນັ້ນ, ບັນດາມໍລະດົກກ່ຽວກັບວັດທະນະທໍາ, ຜະລິດຕະພັນບ້ານອາຊີບພື້ນເມືອງ, ເຂດໂຄສະນາທ່ອງທ່ຽວ, ອາຫານການກິນຂອງຮ່າໂນ້ຍ... ໄດ້ຊ່ວຍໃຫ້ປະຊາຊົນທີ່ຢູ່ທິດໃຕ້ຫຍັບເຂົ້າໃກ້ກັບວັດທະນະທໍານະຄອນຫຼວງ.

leftcenterrightdel
ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະທີ່ພິທີປິດ. ພາບ: qdnd.vn

ຜ່ານບັນດາກິດຈະກໍາການເຄື່ອນໄຫວຂອງລາຍການ ເພື່ອແນໃສ່ໂຄສະນາກ່ຽວກັບຄວາມໝາຍສໍາຄັນຂອງວັນປົດປ່ອຍນະຄອນຫຼວງ, ຜົນງານ 70 ປີແຫ່ງວັນສ້າງຕັ້ງ ແລະພັດທະນານະຄອນຫຼວງໃນວິວັດທະນາການສ້າງສາ ແລະປົກປັກຮັກສາປະເທດຊາດ. ພ້ອມທັງໂຄສະນາ, ແນະນໍາບັນດາຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທໍາ, ມໍລະດົກວັດທະນະທໍາທີ່ພົ້ນເດັ່ນຂອງນະຄອນຫຼວງຮ່າໂນ້ຍ, ຊາວນະຄອນຫຼວງສຸພາບຮຽບຮ້ອຍ, ສີວິໄລ; ນະຄອນຫຼວງຮ່າໂນ້ຍ-ນະຄອນເພື່ອສັນຕິພາບ, ນະຄອນປະດິດຄິດສ້າງ.

leftcenterrightdel
ຄະນະຈັດຕັ້ງ ມອບໃບຢັ້ງຢືນໃຫ້ບັນດາໝູ່ຄະນະ, ບຸກຄົນ ແລະນາຍຊ່າງທີ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ລາຍການ. ພາບ: qdnd.vn

ທ່ານ ໂດ໊ດ່ິງຮົ່ງ ຫົວໜ້າພະແນກວັດທະນະທໍາ ແລະກິລານະຄອນຮ່າໂນ້ຍ ເນັ້ນໜັກວ່າ: ດ້ວຍຫົວຂໍ້ “ຂີດໝາຍຮ່າໂນ້ຍ”, ລາຍການ “ຊຸມວັນຮ່າໂນ້ຍຢູ່ນະຄອນໂຮ່ຈີມິນ” ໄດ້ຈັດຕັ້ງໃນຂອບເຂດຂໍ່ານັບຮັບຕ້ອນເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10-10-1954/10-10-2024). ກິດຈະກໍາເຄື່ອນໄຫວຕ່າງໆທີ່ມີຄວາມໝາຍ, ຟົດຟື້ນໃນລາຍການໄດ້ປະກອບສ່ວນສະແດງໃຫ້ເຫັນຄວາມໝາຍ, ການພົວພັນຮ່ວມມືຮອບດ້ານ, ເຮັດໃຫ້ຄວາມຮູ້, ອາລົມຈິດຄວາມຮັກແພງ, ຄວາມສາມັກຄີສະໜິດແໜ້ນລະຫວ່າງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນສອງນະຄອນ” ເລິກເຊິ່ງກວ່າ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງຍັງໄດ້ມອບໃບຢັ້ງຢືນໃຫ້ໝູ່ຄະນະ, ບຸກຄົນ ແລະບັນດານາຍຊ່າງທີ່ໄດ້ເຂົ້າຮ່ວມ, ໜູນຊ່ວຍສໍາເລັດລາຍການ “ຊຸມວັນຮ່າໂນ້ຍ ຢູ່ນະຄອນໂຮ່ຈີມິນ”.

ໂດຍ: ໄຊນີດາ