leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບທ່ານພົນຕີ ສົມພອນ ມິດຕະພອນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ:ໂຮ່ຫາຍ

ຢູ່ນອກກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນປະເທດອາຊຽນ (ADSOM) ແລະກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM+) ທີ່ໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໃນວັນທີ 26 ກັນຍາ, ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍແບບທາງການກັບຫົວໜ້າຄະນະບັນດາປະເທດ ລາວ, ໄທ ແລະການພົບປະສອງຝ່າຍ, ໃນໂອກາດເຂົ້າຮ່ວມກອງປະຊຸມ ADSOM ກັບຫົວໜ້າຄະນະສິງກະໂປ, ຟີລິບປິນ, ອິນໂດເນເຊຍ, ຈີນ, ລັດເຊຍ, ອາເມລິກາ.

ທີ່ການພົບປະສອງຝ່າຍກັບທ່ານ ພົນຕີ ສົມພອນ ມິດຕະພອນ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກກຍູ້, ຜັນຂະຫຍາຍປະຕິບັດບັນດາເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການພົວພັນດ້ານປ້ອງກັນຊາດສອງຝ່າຍ; ບັນດາເຫດການສຳຄັນທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຄືບັນດາເວທີປາໄສ, ກອງປະຊຸມຫຼາຍຝ່າຍ ແລະສອງຝ່າຍ. ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລາວ ຢ່າງສຸດຂີດໃນການປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2024.

ຢູ່ນອກກອງປະຊຸມ ADSOM, ADSOM+, ທ່ານພົນໂທ ຮວ່າງຊວນຈຽນ ມີການພົບປະສອງຝ່າຍກບຫົວໜ້າຄະນະບັນດາປະເທດ ໄທ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ, ຈີນ, ລັດເຊຍ, ອາເມລິກາ ເພື່ອແນໃສ່ຊຸກຍູ້, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສົມທົບກັນເພີ່ມທະວີຄວາມສະໜິດຕິດພັນ, ຄວາມສາມັກຄີ, ການຮ່ວມມືໃນອາຊຽນ ແລະເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ ໃນພາກພື້ນກໍ່ຄືທົ່ວໂລກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ