leftcenterrightdel
ລາຍການສະແດງສິລະປະ. ພາບ: baotuyenquang.com.vn

ພິທີໄຂໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວດ້ວຍລາຍການສະແດງຂອງ 6 ຄະນະສິລະປະກອນ ດ້ວຍຫົວຂໍ້ “ໄປທ່ຽວທົ່ວເຂດ ວຽດບັກຮອບໜຶ່ງ”. ລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຮັບການຈັດຂຶ້ນແບບໝູນວຽນລະຫວ່າງ 6 ແຂວງລວມມີ: ກາວບັ່ງ, ບັກກ້ານ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ. ລາຍການປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24 ສິງຫາ - 28 ສິງຫາ ດ້ວຍຫຼາຍການເຄື່ອນໄຫວຄື: ວັນບຸນຜະລິດຕະພັນກະເສດ OCOP (ໜຶ່ງໂຄງການໜຶ່ງຜະລິດຕະພັນ) ແລະ ວັດທະນະທຳອາຫານການກິນ 6 ແຂວງເຂດວຽດບັກ; ງານວາງສະແດງພາບຖ່າຍ, ພາບແຕ້ມການທ່ອງທ່ຽວເຂດ ວຽດບັກ, ການແຂ່ງລົດຖີບຕາມພູມສັນຖານ ຢູ່ແຂວງບັກກ້ານ ເປີດກວ້າງປີ 2024, ການແຂ່ງຂັນຜູ້ນຳທ່ຽວ… ໃນໂອກາດນີ້, ແຂວງບັກກ້ານ ກໍ່ໄດ້ຈັດບັນດາເຫດການເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນປົດປ່ອຍ ບັກກ້ານ (24/8/1949 - 24/8/2024).

ແຫຼ່ງຄັດຈາກ: vovworld.vn