ດ້ວຍຫົວຂໍ້ວ່າ “ລົດຊາດຫວຽດນາມ”, ສັບປະດາອາຫານຫວຽດນາມ ໄດ້ດຳເນີນໄປແຕ່ວັນທີ 12 ຫາວັນທີ 20 ກໍລະກົດຢູ່ໂຮງແຮມ JW Mariot, ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ເຫດການບໍ່ພຽງແຕ່ແນະນໍາອາຫານຫຼາຍເຍື່ອງຂອງຫວຽດນາມ ເທົ່ານັ້ນຫາກຍັງແມ່ນໂອກາດຄົ້ນພົບວັດທະນະທຳອຸດົມສົມບູນຂອງຫວຽດນາມ ອີກດ້ວຍ.

leftcenterrightdel
ແຂກອິນໂດເນເຊຍ ຫຼາຍຄົນ ເລືອກກິນເຝີຫວຽດນາມ. ພາບ: vov.vn

ຮູບພາບໝວກກຸບຫວຽດນາມ ທີ່ໄດ້ຮັບການປະດັບປະດາ ຫຼື ພາລະກອນຕ້ອນຮັບນຸ່ງຊຸດເສື້ອຍາວໄດ້ສ້າງບັນຍາກາດເຕັມໄປດ້ວຍສີສັນຫວຽດນາມ ຢູ່ນະຄອນຫຼວງຈາກາຕາ, ຊ່ວຍໃຫ້ແຂກມາກິນເຂົ້າໃຈກວ່າກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວຫວຽດນາມ. ທ່ານນາງ Stella Rizki ຜູ້ອຳນວຍການ Marketing ຂອງໂຮງແຮມ JW Mariot ຈາກາຕາ ແບ່ງປັນວ່າ, ຈຳນວນນັກທ່ອງທ່ຽວອິນໂດເນເຊຍ ມາຫວຽດນາມ ເພີ່ມຂຶ້ນຢ່າງແຮງໃນຊຸມເດືອນຕົ້ນປີນີ້. ສັບປະດາອາຫານຫວຽດນາມ ກໍ່ແມ່ນກາລະໂອກາດ ເພື່ອປະກອບສ່ວນໂຄສະນາຮູບພາບຫວຽດນາມ ຢູ່ອິນໂດເນເຊຍ.

ທ່ານນາງ Stella Rizki ເວົ້າວ່າ: “ພວກຂ້າພະເຈົ້າ ເຫັນວ່າ ຈຳນວນນັກທ່ອງທ່ຽວອິນໂດເນເຊຍ ມາຫວຽດນາມ ນັບມື້ນັບເພີ່ມຂຶ້ນ, ນັ້ນແມ່ນສັນຍານທີ່ດີ, ສະນັ້ນ, ພວກຂ້າພະເຈົ້າ ຢາກສ້າງເງື່ອນໄຂ ເພື່ອຈັດຕັ້ງເຫດການນີ້ຄືເຫດການພົບປະແລກປ່ຽນວັດທະນະທຳ, ຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈກັນ. ສໍາລັບ ຂ້າພະເຈົ້າເອງ ກໍ່ມັກອາຫານຫວຽດນາມ. ອາຫານຫຼາຍເຍື່ອງຂອງຫວຽດນາມ ມີຄວາມຄ້າຍຄືກັນກັບອາຫານອິນໂດເນເຊຍ, ສະນັ້ນ ຂ້າພະເຈົ້າເຫັນວ່າ ແຂກອິນໂດເນເຊຍ ມັກຫຼາຍ”.

ໂດຍ: ເຈິ່ນຮວ່ຽນ