ເຖິງຢ່າງໃດກໍຕາມ, ເພື່ອໃຫ້ມີລະບົບນິເວດວັດທະນະທຳແບບກວມລວມ ແລະຍືນຍົງ, ຫວຽດນາມ ຍັງຕ້ອງສືບຕໍ່ປ່ຽນແປງ ແລະປັບປຸງໃຫ້ສົມບູນ. ນັ້ນແມ່ນເນື້ອໃນທີ່ໄດ້ຍົກອອກມາປຶກສາຫາລືທີ່ກອງປະຊຸມສໍາມະນາທາບທາມຄໍາເຫັນຝ່າຍທີ່ກ່ຽວຂ້ອງ ກ່ຽວກັບບົດລາຍງານແຫ່ງຊາດຫວຽດນາມໃນການປະຕິບັດສົນທິສັນຍາສະບັບນີ້. ກອງປະຊຸມສໍາມະນາດັ່ງກ່າວ ໂດຍແມ່ນກົມຮ່ວມມືສາກົນ, ສະຖາບັນວັດທະນະທຳສິລະປະແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ແລະຫ້ອງວ່າການ UNESCO ປະຈໍາ ຮ່າໂນ້ຍ ຈັດຕັ້ງໃນຫວ່າງມໍ່ໆມານີ້.
ການເຄື່ອນໄຫວວັດທະນະທໍາທີ່ອຸດົມສົມບູນ ແລະມີຫົວຄິດປະດິດສ້າງ
“ຕ້ອງຈັດເປັນທີມເພື່ອໄປໂຮງງານລົດໄຟ ຢາເລິມ ເດີ”, “ເຈົ້າໄດ້ໄປເບິ່ງອ່າງນ້ຳ ຫ່າງເດົ້າ ແລ້ວບໍ”… ແມ່ນຄຳຝາກເຕືອນໃນກຸ່ມຂອງອ້າຍ ເລດຶກມິງ (ຢູ່ເຮືອນເລກທີ 4 ຖະໜົນຫຼີນາມເດ໊, ເມືອງຮ່ວານກ໊ຽມ, ນະຄອນຮ່າໂນ້ຍ) ເນື່ອງໃນໂອກາດງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ທີ່ດໍາເນີນໃນທ້າຍປີ 2023. ໂດຍໄດ້ດຳລົງຊີວິດແຕ່ເດັກນ້ອຍຢູ່ຖະໜົນທີ່ຢູ່ຫ່າງຈາກອ່າງນ້ຳ ຫ່າງເດົ້າ ສອງສາມຮ້ອຍແມັດ, ແຕ່ສະຖາປັດຕະຍະກຳຂອງອ່າງນ້ຳດັ່ງກ່າວ ຍາມໃດກໍ່ເຮັດໃຫ້ອ້າຍ ມິງ ແລະຫມູ່ເພື່ອນຂອງລາວຢາກຄົ້ນຫາ. ໃນໂອກາດງານບຸນ, ເຂົາເຈົ້າບໍ່ພາດໂອກາດໄປຄົ້ນຫາ, ຊອກຮູ້ສະຖານທີ່ທີ່ລື້ງເຄີຍແຫ່ງນີ້.
ຕ້ອງເວົ້າໄດ້ວ່າ, ງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ໄດ້ຮັບຜົນສຳເລັດເກີນຄວາມຄາດຫວັງ. ຫຼາຍເຫດການຂອງງານບຸນໄດ້ຈັດຂຶ້ນຢູ່ຫ່າງຈາກໃຈກາງນະຄອນ ແຕ່ຍັງດຶງດູດປະຊາຊົນ ແລະແຂກທ່ອງທ່ຽວຍ້ອນຄວາມເປັນເອກະລັກສະເພາະ ແລະຄວາມແປກໃໝ່, ເປັນການພິສູດໃຫ້ເຫັນເຖິງລັກສະນະແຜ່ຂະຫຍາຍຂອງການປະດິດຄິດສ້າງດ້ານວັດທະນະທຳ.
|
|
ຮູບພາບດົນຕີທີ່ປະດັບປະດາ ຕອບສະໜອງເຫດການນະຄອນ ດາລາດ ກາຍເປັນສະມາຊິກ “ເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດດົນຕີ”. ພາບ: ດິ່ງດົງ |
ໃນຕົວຈິງ, ບັນດາເຫດການວັດທະນະທຳ ແລະປະດິດຄິດສ້າງໃນທຸກຂົງເຂດ ແລະທຸກຂັ້ນ ໄດ້ສະແດງໃຫ້ເຫັນການດໍາລົງຊີວິດດ້ານວັດທະນະທຳ ແລະ ສິລະປະທີ່ມີຊີວິດຊີວາທີ່ພວມມີຢູ່ຫວຽດນາມ. ສາມາດເວົ້າເຖິງງານມະໂຫລານຮູບເງົາອາຊີດ່ານັງ, ງານບຸນເກມຫວຽດນາມ, ສັບປະດາອອກແບບຫວຽດນາມ, ສັບປະດາດົນຕີຫວຽດນາມ...
ໄປຄຽງຄູ່ກັນນັ້ນແມ່ນການເຄື່ອນໄຫວຮ່ວມມືສາກົນກັບສະຫະພັນອັງກິດ ແລະໄອແລນເໜືອ, ຝລັ່ງ, ອາເມລິກາ, ສ.ເກົາຫຼີ... ແລະຫຼາຍເວທີປາໄສເປີດ ແນໃສ່ດໍາເນີນການສົນທະນາ, ເພີ່ມທະວີຄວາມເຂົ້າໃຈ, ແກ້ໄຂບັນຫາໃນການຜັນຂະຫຍາຍລະຫວ່າງອົງການຄຸ້ມຄອງລັດ, ບຸກຄົນ ແລະຫົວໝ່ວຍນອກລັດ. ຫວຽດນາມ ຍັງມີ 2 ນະຄອນທີ່ມີຫົວຄິດປະດິດສ້າງ ຕື່ມອີກ ຄື: ດາລາດ (ແຂວງເລິມດົ່ງ) ແລະ ໂຮ້ຍອານ (ແຂວງກວາງນາມ).
ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ, ໄລຍະ 2020-2023, ຫວຽດນາມ ມີການປ່ຽນຈິນຕະນາການ, ນະໂຍບາຍ ແລະ ພຶດຕິກຳຕົວຈິງຂອງການເຄື່ອນໄຫວດ້ານວັດທະນະທຳເມື່ອທຽບໃສ່ໄລຍະກ່ອນ, ຢັ້ງຢືນທີ່ຕັ້ງສຳຄັນຂອງວັດທະນະທຳປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ ຕາມທິດຍືນຍົງ.
ຕາມທ່ານນາງ ຫງວຽນເຟືອງຮ່ວາ, ຫົວໜ້າກົມຮ່ວມມືສາກົນ ແລ້ວ: “ພະຍາດໂຄວິດ-19 ໄດ້ເຮັດໃຫ້ຂົງເຂດວັດທະນະທຳໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຍ້ອນການເຄື່ອນໄຫວທີ່ຮຽກຮ້ອງໃຫ້ມີການເຕົ້າໂຮມຄົນເປັນຈຳນວນຫຼວງຫຼາຍ ຖືກຈຳກັດ. ແຕ່ໃນສະພາບການນັ້ນ ຂົງເຂດວັດທະນະທຳໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະລັດ. ພົ້ນເດັ່ນແມ່ນກອງປະຊຸມວັດທະນະທຳທົ່ວປະເທດ ທີ່ຈັດຂຶ້ນໃນເດືອນພະຈິກ 2021 ໂດຍການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ຕໍ່ຈາກນັ້ນແມ່ນກອງປະຊຸມສຳມະນາ ແລະກອງປະຊຸມໂດຍສະພາແຫ່ງຊາດ ແລະ ລັດຖະບານ ຈັດຂຶ້ນ; ໄດ້ປະກາດໃຊ້ເອກະສານ ແລະມະຕິນັບຮ້ອຍສະບັບ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ. ຫວຽດນາມ ມີຄວາມຮັບຮູ້ກ່ຽວກັບການພັດທະນາຂະແໜງອຸດສາຫະກໍາວັດທະນະທຳ ຢ່າງຮອບດ້ານ ແລະອັບເດັດ, ໄດ້ກໍານົດໃຫ້ຕິດພັນກັບການພັດທະນາແບບຍືນຍົງ, ກວມລວມ, ມຸ່ງໄປເຖິງການຖືມະນຸດເປັນໃຈກາງຂອງການພັດທະນາ”.
ແກ້ໄຂຂໍ້ຕິດຂັດເພື່ອຊຸກຍູ້ການປະດິດຄິດສ້າງ
ເຖິງຢ່າງໃດກໍຕາມ, ວັດທະນະທຳ ແລະອຸດສາຫະກໍາວັດທະນະທຳຂອງຫວຽດນາມ ຍັງບໍ່ທັນໄດ້ຕາມຄວາມຄາດຫວັງ, ຍັງມີຂໍ້ຕິດຂັດຕ້ອງໄດ້ແກ້ໄຂເພື່ອໃຫ້ລະບົບດຳເນີນໄປຢ່າງສະດວກ, ສ້າງກຳລັງດັນໃຫ້ບັນດາຂະແໜງອຸດສາຫະກໍາວັດທະນະທຳ, ປະດິດຄິດສ້າງຂອງຫວຽດນາມ ພັດທະນາຄືດັ່ງເຄື່ອງໝາຍແຫ່ງຊາດ, ເຂົ້າເຖິງຕະຫຼາດສາກົນ.
ທ່ານນາງ ເຈືອງອວຽນລີ, ຜູ້ອຳນວຍການ Hanoi Grapevine ໃຫ້ຮູ້ວ່າ: “ເມື່ອເຮັດວຽກກັບນັກສິລະປິນ, ພວກຂ້າພະເຈົ້າເຫັນວ່າ ເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການເດີນທາງເມື່ອເຂົ້າຮ່ວມເຫດການ, ລາຍການແນະນໍາ, ໂຄສະນາ, ສົ່ງເສີມວັດທະນະທຳຢູ່ຕ່າງປະເທດ. ເຫດຜົນແມ່ນຍ້ອນວ່ານັກສິລະປິນ ມັກເປັນຜູ້ອອກແຮງງານເສລີ, ສະນັ້ນຍາກທີ່ຈະສະແດງບັດເຊີນ, ລາຍຮັບ… ນັກສິລະປິນຕ່າງປະເທດທີ່ຢາກມາສະແດງຢູ່ຫວຽດນາມ ຍັງມີຄວາມກັງວົນຍ້ອນຕ້ອງໄດ້ເຮັດຫຼາຍເອກະສານ”.
ໂດຍຖືວ່າຄວາມຫຼາກຫຼາຍໃນການສະແດງອອກຂອງວັດທະນະທຳ ກໍ່ແມ່ນຜະລິດຕະພັນຂອງຂະແໜງອຸດສາຫະກໍາວັດທະນະທຳ, ດັ່ງນັ້ນ, ເພື່ອສ້າງກາລະໂອກາດເຊື່ອມຕໍ່, ໂອກາດເພື່ອສະແດງອອກ ແລະສະແດງໃຫ້ແກ່ບຸກຄົນ ແລະ ຜູ້ທີ່ມີຄວາມສາມາດເກັ່ງກ້າ, ຮສຈ. ປອ ໂດ໊ທິແທັງຖຸ໊ຍ ໄດ້ສະເໜີວ່າ: “ຫວຽດນາມ ຄວນຄົ້ນຄວ້າ ແລະປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນແບບເພື່ອສ້າງແຫຼ່ງກໍາລັງແຮງ ຊຸກຍູ້ການພັດທະນາອຸດສາຫະກໍາວັດທະນະທໍາ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ ຄື: ນະໂຍບາຍບຸລິມະສິດກ່ຽວກັບເງິນທຶນ, ສົ່ງເສີມການປະດິດຄິດສ້າງ; ປັບປຸງກົນໄກດ້ານອາກອນ, ນະໂຍບາຍໜູນຊ່ວຍການເຕີບໂຕພາຍໃນປະເທດ ແລະ ຊຸກຍູ້ການສົ່ງອອກ; ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການພັດທະນາອຸດສາຫະກຳວັດທະນະທຳ ຕາມທິດເໝາະສົມ, ເປັນມືອາຊີບ ແລະມີແບບມີແຜນ…”.
ທ່ານ ບຸ່ຍງວຽນຮຸ່ງ, ປະທານສະມາຄົມປະດິດສ້າງ ແລະລິຂະສິດຂອງຜູ້ຂຽນຫວຽດນາມ ສະແດງຄວາມປາດຖະໜາວ່າ ບັນດາອົງການທີ່ກ່ຽວຂ້ອງເຖິງຂະແໜງອຸດສາຫະກໍາປະດິດສ້າງ ແລະ ບຸກຄົນຈະສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອພັດທະນາ, ເຊື່ອມຕໍ່, ສ້າງສະພາບແວດລ້ອມທີ່ສະດວກ, ສ້າງລະບົບນິເວດວັດທະນະທໍາແບບກວມລວມ ແລະຍືນຍົງເພື່ອໃຫ້ບັນດາວິສາຫະກິດ ເຄື່ອນໄຫວໃຫ້ມີປະສິດທິຜົນກວ່າເກົ່າ.
ໂດຍ: ທູຈາງ