ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 10 ສະມັດຊາໃຫຍ່ສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກບໍ່ເປັນວັດຖຸ (ສົນທິສັນຍາ 2003), ແຕ່ວັນທີ 11 ຫາ ວັນທີ12 ມິຖຸນາ, ຢູ່ ປາຣີ, ປະເທດຝລັ່ງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ມີບັນດາການພົບປະ, ເຮັດວຽກກັບການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າ, ອົງການຈັດຕັ້ງອື່ນໆ, ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມງອັກ ພົບປະກັບທ່ານປະທານຄະນະກຳມະການມໍລະດົກໂລກ Vishal Sharma. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ບັນດາການເຮັດວຽກ ແລະການພົບປະ, ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ ກັບ UNESCO ແລະບັນດາປະເທດສະມາຊິກ, ກໍຄືບົດບາດ, ການປະກອບສ່ວນສຳຄັນ, ມີປະສິດທິຜົນຂອງຫວຽດນາມ ໃນວຽກງານລວມຂອງອົງການ. ບັນດາປະເທດເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜັນຂະຫຍາຍໂຄງການຮ່ວມມືຂອງ UNESCO ທີ່ບັນລຸປະສິດທິຜົນ, ເປັນແບບຢ່າງໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ, ການພັດທະນາເສດຖະກິດ ແລະການຫາເງິນລ້ຽງຊີບຂອງປະຊາຊົນ.

ສ່ວນທ່ານຮອງລັດຖະມົນຕີ ຮ່າກິມງອັກ ສະເໜີໃຫ້ບັນດາປະເທດ ແລະ UNESCO ສືບຕໍ່ສະໜັບສະໜູນ ແລະໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ວິທະຍາສາດ…

ໂດຍ: ກວຽດເຕິມ