ເພື່ອຊອກຮູ້ບັນຫານີ້, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສຳພາດທ່ານ Gennady Stepanovich Bezdetko, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.

ເຊື່ອມຕໍ່ວັດທະນະທຳ, ເຮັດໃຫ້ນ້ຳໃຈມິດຕະພາບເລິກເຊິ່ງຂຶ້ນຕື່ມ

ນັກຂ່າວ: ສະເໜີ້ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຖານະ, ບົດບາດຂອງສິລະປະ ໃນການພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ ແລະ ລັດເຊຍ?

leftcenterrightdel
ທ່ານເອກອັກຄະລັດຖະທູດ Gennady Stepanovich Bezdetko. ພາບ: ຮວ່າງແອງ

ທ່ານເອກອັກຄະລັດຖະທູດ G. S. Bezdetko: ສິລະປະແມ່ນພາຫະນະເຊື່ອມຕໍ່ພື້ນຖານວັດທະນະທຳ, ຮີດຄອງປະເພນີ, ພາສາຂອງບັນດາເຜົ່າກັບບັນດາປະເທດຕ່າງໆຢ່າງເລິກເຊິ່ງກວ່າ, ພ້ອມທັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຢ່າງແໜ້ນແຟ້ນ. ຜ່ານບັນດາບົດປະພັນທີ່ເປັນເອກະລັກສະເພາະ, ພວກເຮົາມີໂອກາດໄດ້ພົບປະກັບນັກປະພັນຈາກແຕ່ລະຍຸກສະໄໝ ແລະແຕ່ລະປະເທດທີ່ແຕກຕ່າງກັນ.

ພວກເຮົາຮູ້ແລ້ວວ່າ ປະຈຸບັນຫວຽດນາມ ກໍ່ຄືກ່ອນໜ້ານີ້, ວັນນະຄະດີຂອງລັດເຊຍຄລາດສິກ, ທັນສະໄໝ ແລະຍິ່ງໄປກວ່ານັ້ນຍັງເກົ່າແກ່ອີກດ້ວຍ, ມີເພື່ອນຜູ້ອ່ານຈຳນວນຫຼວງຫຼາຍໃຫ້ຄວາມນິຍົມພໍສົມຄວນ ແລະສືບຕໍ່ດຶງດູດຄວາມເອົາໃຈໃສ່ຂອງເພື່ອນຜູ້ອ່ານຢູ່ທຸກເກນອາຍຸ ແລະອາຊີບແຕກຕ່າງກັນ. ສິ່ງເຫຼົ່ານັ້ນອີກເທື່ອໜຶ່ງໄດ້ພິສູດໃຫ້ເຫັນຄວາມໃກ້ຊິດສະໜິດຕິດພັນ, ເຂົ້າອົກເຂົ້າໃຈກັນ ແລະການພົວພັນມິດຕະພາບຢ່າງແໜ້ນແຟ້ນລະຫວ່າງປະຊາຊົນຂອງພວກເຮົາ.

ນັກຂ່າວ: ພາຍຫຼັງໂຊວຽດ ແຕກສະຫຼາຍກ່ອນໜ້ານີ້ 30 ປີ, ການພົບປະ, ການຮ່ວມມືດ້ານວັນນະຄະດີສິລະປະເວົ້າສະເພາະ ແລະກວ້າງກວ່າແມ່ນວັດທະນະທຳ, ບໍ່ຄືກ່ອນໜ້ານີ້ອີກແລ້ວ. ອັນໃດແມ່ນສາຍເຫດພາວະວິໄສ ແລະອັດຕະວິໄສ, ຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ G. S. Bezdetko: ຂ້າພະເຈົ້າເຫັນດີສ່ວນໜຶ່ງກັບສິ່ງດັ່ງກ່າວນີ້. ເປັນຄືແນວນັ້ນແທ້, ແນ່ນອນຄວາມນິຍົມກ່ຽວກັບບົດປະພັນສິລະປະຄລາສິກໄດ້ຫຼຸດລົງ; ສ່ວນຫຼາຍແມ່ນຍ້ອນທ່າອ່ຽງຂອງຍຸກສະໄໝ: ຜູ້ບໍລິໂພກວັດທະນະທຳໄດ້ພັດທະນະຢ່າງແຂງແຮງ, ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຢີທັນສະໄໝ ແລະການໜູນໃຊ້ຢ່າງກວ້າງຂວາງ "ຈິນຕະນາການ clip” ໄດ້ເຮັດໃຫ້ຈຳນວນເພື່ອນຜູ້ອ່ານທີ່ກຽມພ້ອມອ່ານບົດປະພັນຄລາດສິກທີ່ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມດ້ານສະຕິປັນຍາຫຼຸດລົງຫຼາຍພໍສົມຄວນ. ປະຈຸບັນນີ້ແມ່ນບັນຫາທົ່ວໂລກບໍ່ພຽງແຕ່ກ່ຽວຂ້ອງເຖິງສິລະປະລັດເຊຍ ເທົ່ານັ້ນ.

leftcenterrightdel
ຄະນະນັກປະພັນ ແລະເພື່ອນຜູ້ອ່ານຫວຽດນາມ ໃນຂອບເຂດງານວາງສະແດງປຶ້ມ ຮ່າໂນ້ຍ ຄັ້ງທີ VIII,  ເດືອນຕຸລາ 2023. ພາບ: ຮວ່າງແອງ

ສູນວິທະຍາສາດ ແລະວັດທະນະທຳລັດເຊຍ ໄດ້ຈັດຕັ້ງເຫດການຢ່າງເປັນປະຈຳ ເພື່ອແນໃສ່ຊ່ວຍເພື່ອນຜູ້ອ່ານຫວຽດນາມ ໃຫ້ມີຄວາມລື້ງເຄີຍກັບສິລະປະລັດເຊຍ. ຕົວຢ່າງ, ປີນີ້, ສູນວິທະຍາສາດ ແລະວັດທະນະທຳລັດເຊຍ ໄດ້ດຳເນີນການສອນ, ຈັດງານລາຕີ ແລະງານວາງສະແດງສະເພາະແກ່ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດນັກກະວິ R. Gamzatov.

ຍູ້ແຮງການຮ່ວມມືດ້ານວັນນະຄະດີສິລະປະ

ນັກຂ່າວ: ປະຈຸບັນ, ມີຫຼາຍອົງການຈັດຕັ້ງ ແລະນິຕິບຸກຄົນຫວຽດນາມ ຍ້ອນມີຄວາມຮັກຕໍ່ໂຊວຽດກ່ອນໜ້ານີ້, ປະເທດລັດເຊຍ ປະຈຸບັນ, ຍັງໂຄສະນາເຜີຍແຜ່, ແນະນຳວັນນະຄະດີສິລະປະລັດເຊຍ ໃຫ້ມວນຊົນຫວຽດນາມ. ຍ້ອນມີຄວາມມານະພະຍາຍາມຝ່າຍດຽວຈຶ່ງພົບຄວາມຫຍຸ້ງຍາກ, ສະນັ້ນຝ່າຍ ສະຫະພັນລັດເຊຍ ມີຈຸດປະສົງຮ່ວມມື ແລະໜູນຊ່ວຍຫຍັງບໍ່?

ທ່ານເອກອັກຄະລັດຖະທູດ G. S. Bezdetko: ໂຊກດີວ່າຊາວຫວຽດນາມ ຫຼາຍຄົນໄດ້ມີການປະກອບສ່ວນອັນໃຫຍ່ຫຼວງ, ລ້ຳຄ່າສຳລັບການໂຄສະນາເຜີຍແຜ່ສິລະປະລັດເຊຍ ຢູ່ຫວຽດນາມ ຢ່າງແທ້ຈິງ.

ກ່ອນອື່ນໝົດ, ຂ້າພະເຈົ້າຢາກເວົ້າເຖິງນາຍແປພາສາທີ່ດີເດັ່ນນີ້, ເຊິ່ງເປັນເພື່ອນມິດສະໜິດສະໜົມຂອງພວກຂ້າພະເຈົ້າ. ນາຍແປ ຮວ່າງຖຸຍຕວ່ານ ໄດ້ລິເລີ່ມໂຄງການແປວັນນະຄະດີ ເຊິ່ງຂ້າພະເຈົ້າໄດ້ເວົ້າເຖິງກ່ອນໜ້ານັ້ນ. ນາຍແປພາສາທີ່ດີເດັ່ນອີກຄົນໜຶ່ງນັ້ນແມ່ນຄູສອນດີເດັ່ນ ຫວູເທ໊ຄອຍ, ເປັນຜູ້ບຳລຸງກໍ່ສ້າງນາຍແປພາສາໄດ້ຫຼາຍລຸ້ນ.  ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງເພື່ອນມິດຫວຽດນາມ ຍ້ອນໄດ້ອຸທິດຕົນຈົນສຸດຄວາມສາມາດໃນຂົງເຂດສິລະປະ ແລະກຽມພ້ອມຊ່ວຍເຫຼືອເຂົາເຈົ້າ ກໍ່ຄືຜູ້ທີ່ມີຄວາມມັກຮັກນິຍົມສິລະປະໃນທຸກຄວາມສາມາດຂອງຕົນ.

ນັກຂ່າວ: ໃນການພົວພັນຮ່ວມມືມິດຕະພາບ, ຄວນມີຄວາມດຸ່ນດ່ຽງ. ຄຽງຂ້າງການແປບົດປະພັນວັນນະຄະດີຫວຽດນາມ ຈຳນວນໜຶ່ງ ແລະພິມຈຳໜ່າຍຢູ່ລັດເຊຍ, ການບຳລຸງສ້າງນັກສຶກສາຫວຽດນາມ ທີ່ຮຽນຢູ່ຂະແໜງສິລະປະຕ່າງໆຢູ່ຕາມຮາກຖານການສຶກສາຢູ່ລັດເຊຍ, ເມື່ອເປັນແນວນັ້ນໃນອະນາຄົດສອງປະເທດພວກເຮົາກໍ່ສາມາດຊອກຫາບັນດາວຽກງານຮ່ວມມືໃດແດ່ໃນຂົງເຂດນີ້?

ທ່ານເອກອັກຄະລັດຖະທູດ G. S. Bezdetko: ຂ້າພະເຈົ້າເຊື່ອໝັ້ນວ່າ ການກໍ່ສ້າງພະນັກງານໃຫ້ມີວິຊາສະເພາະ, ພະນັກງານເອົາໃຈໃສ່ເຖິງການຮ່ວມມືຢ່າງເລິກເຊິ່ງກັບ ຫວຽດນາມ ແມ່ນບ່ອນອີງຕົ້ນຕໍໃຫ້ແກ່ການພັດທະນາການພົວພັນຂອງພວກເຮົາຢູ່ທຸກຂົງເຂດ. ຂ້າພະເຈົ້າໃສ່ໃຈວ່າ ໃນຊຸມປີມໍ່ໆມານີ້, ຈຳນວນນັກສຶກສາຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ໃນນັ້ນມີຂົງເຂດສິລະປະ.

ຂ້າພະເຈົ້າ ເນັ້ນໜັກວ່າ ຊາວລັດເຊຍ ກໍ່ມັກສິລະປະຫວຽດາມ, ບາງເທື່ອຊາວລັດເຊຍ ຈຳນວນໜຶ່ງກໍ່ບໍ່ມີການພົວພັນຫຍັງກັບຫວຽດນາມ. ກ່ອນໜ້ານີ້ສອງປີ, ສອງບົດແປດີເດັ່ນທີ່ສຸດຂອງວັນນະຄະດີຄລາດສິກຫວຽດນາມ "ເລື່ອງກຽວ" ໄດ້ພິມຈຳໜ່າຍ, ໜຶ່ງໃນຈຳນວນດັ່ງກ່າວນັ້ນມີ ຫວູເທ໊ຄອຍ ແປນຳ. ຂ້າພະເຈົ້າຮູ້ວ່າ ປື້ມເຫຼັ້ມນັ້ນໄດ້ເຮັດໃຫ້ເພື່ອນຜູ້ອ່ານລັດເຊຍ ມີຄວາມສົນໃຈເປັນຈຳນວນຫຼວງຫຼາຍ.

ເຖິງຢ່າງໃດກໍ່ຕາມ, ຄວາມເປັນຈິງນີ້ອີກເທື່ອໜຶ່ງໄດ້ຢັ້ງຢືນວ່າ ເພື່ອປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ ແລະຫັນມັນໃຫ້ປະກົດຜົນເປັນຈິງ, ຄວນມີເງື່ອນໄຂດ້ານວັດຖຸໃດໜຶ່ງ, ອາດຈະສະໜອງໃຫ້ຜ່ານບ້ວງເງິນອຸປະຖຳ ແລະທຶນການສຶກສາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ງົບປະມານຈາກລັດ ແລະແຫຼ່ງກຳລັງຈາກພາກເອກະຊົນລ້ວນແຕ່ສວມບົດບາດເປັນນັກອຸປະຖຳໄດ້.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ແສງເດືອນ