ເປີດຕົວ "ຕູ້ປື້ມ ດັ້ງທຸ່ຍເຈິມ" ແລະຮັບເອົາວັດຖຸທີ່ລະນຶກ "ຄວາມຮັກຜ່ານສົງຄາມ"
ກປ.ອອນໄລ - ຕອນເຊົ້າວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະພານາມສະກຸນ ດັ້ງ ຢູ່ຫວຽດນາມ ໄດ້ສົມທົບກັບອົງການ “ຫົວໃຈທະຫານ”, ວາລະສານສິ່ງແວດລ້ອມ ແລະຕົວເມືອງຫວຽດນາມ, ຫໍພິພິທະພັນແມ່ຍິງຫວຽດນາມ ແລະສະໂມສອນ “ອາຍຸ 20 ປີຕະຫຼອດໄປ” ຮ່ວມກັນຈັດຕັ້ງລາຍການ "ຕູ້ປື້ມ ດັ້ງທຸ່ຍເຈິມ", ມອບປຶ້ມໃຫ້ໂຮງຮຽນ ແລະໂຮງໝໍໃນທົ່ວປະເທດເປັນເວລາ 3 ປີ (2023 – 2025).
ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດລາຍການໂດຍຜູ້ຕາງໜ້າ 5 ອົງການ, ຫົວໜ່ວຍລົງນາມ, ດ້ວຍການເປັນສັກຂີພິຍານຂອງຜູ້ຕາງໜ້າຄອບຄົວວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ດັ້ງທຸ່ຍເຈິມ.
    |
 |
ບັນຍາກາດທີ່ພິທີລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການປະຕິບັດລາຍການ. ພາບ: vovworld.vn |
ຕາມທ່ານພັນເອກພິເສດ, ນັກປະພັນ ດັ້ງເວືອງຮືງ, ປະທານອົງການ “ຫົວໃຈທະຫານ”-ຜູ້ລິເລີ່ມລາຍການແລ້ວ, ຄວາມແຕກຕ່າງຂອງ “ຕູ້ປຶ້ມ ດັ້ງທຸ່ຍເຈິມ” ເມື່ອທຽບໃສ່ຕູ້ປຶ້ມອື່ນໆນັ້ນແມ່ນ: ປຶ້ມຈະໄດ້ຮັບການເພີ່ມເຕີມໃນທຸກໆປີ ແລະ “ຕູ້ປຶ້ມ ດັ້ງທຸ່ຍເຈິມ” ຈະມີຫຼາຍກິດຈະກຳທີ່ອຸດົມສົມບູນ, ເຊັ່ນ: ການພົບປະແລກປ່ຽນລະຫວ່າງນັກຂຽນ, ຕົວລະຄອນ ແລະຜູ້ອ່ານ. ມອບລາງວັນໃຫ້ “ຜູ້ອ່ານທີ່ສະຫຼາດ ແລະມີຫົວຄິດປະດິດສ້າງ”... ລາຍການສູ້ຊົນໃນໄລຍະ 3 ປີ (2023 – 2025) ໃຫ້ມີ “ຕູ້ປຶ້ມ ດັ້ງທຸ່ຍເຈິມ” ຢ່າງໜ້ອຍສຸດ 15 ຕູ້ ທີ່ມອບໃຫ້ໂຮງຮຽນ ຫຼືໂຮງໝໍຢູ່ບັນດາເຂດພາກໃນທົ່ວປະເທດ.
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງລາຍການ “ຕູ້ປຶ້ມ ດັ້ງທຸ່ຍເຈິມ” ໄດ້ຮັບວັດຖຸທີ່ລະນຶກ "ຄວາມຮັກຜ່ານສົງຄາມ" ຈຳນວນໜຶ່ງ ຈາກ 4 ຄອບຄົວ, ຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຮ່າໂນ້ຍ.
ໂດຍ: ຈາງຫງວຽນ