leftcenterrightdel
ທີມງານຟີມຮູບເງົາ ເຮັດວຽກກັບສະຖານທູດກູບາ ປະຈຳ ຫວຽດນາມ. ພາບ: ສະຖານີໂທລະພາບຫວຽດນາມ

ຟີມຮູບເງົາໂດຍສູນໂທລະພາບຫວຽດນາມ ປະຈຳ ນະຄອນໂຮ່ຈີມິນ (VTV9) ແລະບັນດາຄູ່ຮ່ວມມືໂທລະພາບກູບາ ສົມທົບກັນຜະລິດ, ດ້ວຍການເຂົ້າຮ່ວມຂອງນັກຂ່າວ, ນັກສ້າງຮູບເງົາ, ນັກຊ່ຽວຊານ ແລະພະຍານຫຼັກຖານປະຫວັດສາດຂອງສອງປະເທດເປັນຈຳນວນຫຼວງຫຼາຍ. ຟີມຮູບເງົາໄດ້ສ້າງຂີດໝາຍສຳຄັນໃນການພົວພັນ ຫວຽດນາມ-ກູບາ; ພ້ອມທັງກໍໄດ້ວາດພາບເລື່ອງລາວປະຈໍາວັນຢ່າງມີຊີວິດຊີວາ, ສ່ອງແສງໃຫ້ເຫັນເຖິງຄວາມເລິກເຊິ່ງຂອງສາຍພົວພັນມິດຕະພາບພິເສດ, ສັດຊື່ບໍລິສຸດລະຫວ່າງສອງຊາດ.

ຟີມຮູບເງົາເອກະສານ 5 ຕອນ “ກູບາ ແລະຫວຽດນາມ: ອ້າຍນ້ອງດ້ວຍການເລືອກເຟັ້ນ” ຈະອອກອາກາດແຕ່ວັນທີ 29 ທັນວາ 2025 ຫາວັນທີ 2 ມັງກອນ 2026 ຢູ່ຊ່ອງ Cubavision Internacional (CVI), ຊ່ອງໂທລະພາບແຫ່ງຊາດກູບາ (TVC) ແລະ VTV9,  ສະຖານີໂທລະພາບຫວຽດນາມ ໃນເວລາ 22 ໂມງ (ຕາມເວລາຫວຽດນາມ).

ໂດຍ: ເຈິ່ນຮວ່ຽນ