ໄຂງານມະໂຫລານອາຫານການກິນ ແລະການທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍ ປີ 2025
ຕອນຄໍ່າວັນທີ 12 ທັນວາ, ໃນເຂດວັດທະນະທໍາປະດິດຄິດສ້າງໄຕໂຮ່ (ຖະໜົນຍ່າງ ຈິ້ງກົງເຊີນ, ຮ່າໂນ້ຍ), ພະແນກທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງໄຕໂຮ່ ໄດ້ໄຂງານມະໂຫລານອາຫານການກິນ ແລະການທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍ ປີ 2025 ດ້ວຍຫົວຂໍ້ “ຮ້ອຍອາຊີບຍອດຍິ່ງ, ພັນລົດຊາດໄດ້ຮັບການແຜ່ກະຈາຍ”.
    |
 |
|
ພິທີໄຂງານມະໂຫລານອາຫານການກິນ ແລະການທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍ ປີ 2025. ພາບ: vov.vn |
ງານມະໂຫລານດັ່ງກ່າວໄດ້ມີຮ້ານວາງສະແດງເກືອບ 80 ຮ້ານ ໃນເນື້ອທີ່ 5.000 ຕາແມັດ, ວາດພາບເຖິງລະບົບນິເວດໝູ່ບ້ານອາຊີບ - ຖະໜົນອາຊີບທີ່ເປັນເອກະລັກພ້ອມດ້ວຍເຂດອາຫານການກິນຮ່າໂນ້ຍ.
ທ່ານ ຫງວຽນເຈິ່ນກວາງ ຮອງຫົວໜ້າພະແນກການທ່ອງທ່ຽວຮ່າໂນ້ຍ ໄດ້ເນັ້ນໜັກໃນພິທີໄຂວ່າ: “ງານມະໂຫລານອາຫານການກິນ ແລະການທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍ ປີ 2025 ແມ່ນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວຈຸດສຸມເພື່ອແນໃສ່ເຊີດຊູຄຸນຄ່າຂອງບັນດາໝູ່ບ້ານອາຊີບ ແລະສິ່ງຍອດຍິ່ງຂອງອາຫານນະຄອນຫຼວງ; ໂຄສະນາສະຖານທີ່, ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຕິດພັນກັບໝູ່ບ້ານອາຊີບ, ຖະໜົນອາຊີບ ແລະວັດທະນະທຳອາຫານການກິນ; ເຊື່ອມຕໍ່ອົງການຄຸ້ມຄອງ - ວິສາຫະກິດ - ນັກສິລະປະການ - ປະຊາຄົມຊຸມຊົນໃນລະບົບຄຸນຄ່າທ່ອງທ່ຽວ. ປະກອບສ່ວນສ້າງພາບພົດຮ່າໂນ້ຍ ແມ່ນ “ຈຸດນັດພົບທີ່ປອດໄພ - ເປັນມິດສະໜິດສະໜົມ - ມີຄຸນນະພາບ - ດູດດື່ມ”, ນະຄອນເພື່ອສັນຕິພາບ, ນະຄອນປະດິດຄິດສ້າງສຳລັບແຂກທ່ອງທ່ຽວພາຍໃນ ແລະສາກົນ”.
ພິທີອັດລົງໃນວັນທີ 14 ທັນວາ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ