ເຫດການເປີດສາກບັນດາການເຄື່ອນໄຫວວັດທະນະທຳ-ທ່ອງທ່ຽວທີ່ເປັນເອກະລັກສະເພາະຕ້ອນຮັບລະດູບານໃໝ່ຢູ່ພູພຽງເລິມວຽນ, ຕາແສງຊວນເຮືອງ-ດ່າລາດ, ແຂວງເລິມດົ່ງ.

leftcenterrightdel
ໄຂງານບຸນດອກສະກຸຣະ ດ່າລາດ - ລະດູບານໃໝ່ 2026. ພາບ: vov.vn

ດ້ວຍຫົວຂໍ້ວ່າ “ດອກສະກຸຣະ ດ່າລາດ - ເຕົ້າໂຮມສີສັນລະດູບານໃໝ່”, ງານບຸນໄດ້ເຊີດຊູຄວາມງາມຂອງດອກໄມ້ທີ່ເປັນສັນຍາລັກຂອງນະຄອນດ່າລາດ, ພ້ອມທັງແຜ່ຂະຫຍາຍຄຸນຄ່າວັດທະນະທໍາ ແລະພາບພົດຊາວດ່າລາດ ສຸພາບລຽບລ້ອຍ ແລະຮັກແພງແຂກ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເຈິ່ນທິຫວູລວານ ປະທານຄະນະກຳມະການປະຊາຊົນຕາແສງຊວນເຮືອງ-ດ່າລາດ, ເນັ້ນໜັກວ່າ: “ຜ່ານລາຍການງານບຸນ ແລະບັນດາການເຄື່ອນໄຫວໄດ້ປະກອບສ່ວນຍົກສູງພາບພົດ ແລະເຄື່ອງໝາຍການຄ້າດ້ານການທ່ອງທ່ຽວເລິມດົ່ງ ໃຫ້ພັດທະນາແບບຍືນຍົງ, ຫັນຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ສືບຕໍ່ເປັນສະຖານທີ່ປອດໄພ, ເປັນມິດ ແລະປະທັບໃຈ.  ແຜ່ຂະຫຍາຍສານກ່ຽວກັບຄວາມຮັບຜິດຊອບລວມຂອງປະຊາຄົມຮ່ວມແຮງຮ່ວມໃຈສ້າງເຂດສີຂຽວ ແລະແຈດອກໄມ້ທີ່ສວຍງາມ, ພ້ອມກັບແຂວງເລິມດົ່ງ ສູ້ຊົນບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 25 ລ້ານເທື່ອຄົນໃນປີ 2026”.

ໂດຍ: ເຈິ່ນຮວ່ຽນ