ຮັກສາສີສັນເອກະລັກສະເພາະໃນສັງຄົມ ສ.ເກົາຫຼີ
ກປ.ອອນໄລ - ຊຸດຝຶກອົບຮົມຄູສອນພາສາຫວຽດນາມ ໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ໄດ້ຈັດຕັ້ງຢູ່ບ້ານຫວຽດນາມ, ເມືອງ Bonhwa, ແຂວງ Gyeongsang ເໜືອ (ແຕ່ວັນທີ 26-28 ທັນວາ), ດ້ວຍການເຂົ້າຮ່ວມຂອງນັກຮຽນກວ່າ 50 ຄົນ ທີ່ມາຈາກຫຼາຍທ້ອງຖິ່ນໃນທົ່ວປະເທດ ສ.ເກົາຫຼີ.
ນີ້ແມ່ນຊຸດຝຶກອົບຮົມຄູສອນພາສາຫວຽດນາມ ທຳອິດທີ່ຈັດຂຶ້ນຢູ່ ສ.ເກົາຫຼີ, ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍຮັກສາພາສາຫວຽດນາມ ແລະອະນຸລັກຮັກສາສີສັນວັດທະນະທຳຂອງຊາດຢູ່ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງຕັ້ງພື້ນຖານໃຫ້ການກໍານົດກໍ່ສ້າງຮູບແບບໂຮງຮຽນສາກົນ ຫວຽດນາມ ຢູ່ ສ.ເກົາຫຼີ ໃນອະນາຄົດ.
    |
 |
|
ທ່ານນາງ Yang Geum Hee ຮອງເຈົ້າແຂວງ Gyeongsang ເໜືອ ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມໃນວັນທີ 26 ທັນວາ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມໃນວັນທີ 26 ທັນວາ, ທ່ານນາງ Yang Geum Hee ຮອງເຈົ້າແຂວງ Gyeongsang ເໜືອ ໃຫ້ຮູ້ວ່າ: ດ້ວຍຈຳນວນພົນລະເມືອງ 35.000 ກວ່າຄົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ໄດ້ກາຍເປັນແຫຼ່ງກໍາລັງອັນສຳຄັນໃນສັງຄົມປະເທດປະຈໍາຖິ່ນ, ໃນນັ້ນຈໍານວນຄອບຄົວທີ່ມີວັດທະນະທຳ ສ.ເກົາຫຼີ-ຫວຽດນາມ ທີ່ຫຼາຍຮູບຫຼາຍແບບນັບມື້ນັບເພີ່ມຂຶ້ນ. ການຮຽນ-ການສອນພາສາຫວຽດ ບໍ່ພຽງແຕ່ຊ່ວຍໃຫ້ຄົນຮຸ່ນໜຸ່ມຮັກສາກົກເຄົ້າເຫງົ້າກໍຂອງຕົນເທົ່ານັ້ນ, ຫາກຍັງປະກອບສ່ວນບຳລຸງສ້າງ “ພົນລະເມືອງຂົວຕໍ່”, ຊຸກຍູ້ການພົບປະແລກປ່ຽນ, ຮ່ວມມືລະຫວ່າງສອງປະເທດ.
ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ຈາກຊຸດອົບຮົມຄັ້ງນີ້, ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຝຶກອົບຮົມດ້ວຍຂະໜາດທີ່ເປີດກວ້າງ, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າຂອງພາສາຫວຽດ ແລະວັດທະນະທຳຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ໂດຍ: ທູຈາງ