leftcenterrightdel
ພິທີໄຂວັນບຸນແກວ່ງໝາກຄອນ 3 ປະເທດ ຫວຽດນາມ-ລາວ-ຈີນ ຄັ້ງທີ IX. ພາບ: vov.vn

ວັນບຸນແກວ່ງໝາກຄອນ 3 ປະເທດ ຫວຽດນາມ-ລາວ-ຈີນ ໂດຍບັນດາທ້ອງຖິ່ນມີເສັ້ນຊາຍແດນລວມຂອງ 3 ປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ. ວັນບຸນປີນີ້ໄດ້ດຳເນີນແຕ່ວັນທີ 19-21 ທັນວາ, ລວມມີບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການທ່ອງທ່ຽວທີ່ອຸດົມສົມບູນ, ດຶງດູດ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳດ້ວຍການເຂົ້າຮ່ວມຂອງບັນດາແຂວງດ້ຽນບຽນ ແລະລາຍເຈົາ, ແຂວງຜົ້ງສາລີ ແລະເມືອງ Jiangcheng, ນະຄອນ Puershi, ແຂວງ Yunnan (ຈີນ).

ທ່ານ ຫງວຽນມິງຝູ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ, ຫົວໜ້າຄະນະຈັດຕັ້ງວັນບຸນ ເນັ້ນໜັກວ່າ: ຈາກບັນດາຄູນຄ່າທີ່ເປັນມູນເຊື້ອ, ພວກເຮົາຈະຮ່ວມເດີນທາງມຸ່ງໄປເຖິງອະນາຄົດ. ດ້ວຍທຸກຄວາມສາມາດຂອງຕົນ, ທາງແຂວງດ້ຽນບຽນ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບແຂວງລາຍເຈົາ (ຫວຽດນາມ), ບັນດາແຂວງທາງທິດເໜືອລາວ ແລະທາງທິດຕາເວັນຕົກສ່ຽງໃຕ້ຈີນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາການຄ້າ, ການທ່ອງທ່ຽວ, ພົບປະແລກປ່ຽນວັດທະນະທ, ແລກປ່ຽນປະຊາຊົນ, ຈາກນັ້ນນຳເຂດຊາຍແດນຂອງສາມປະເທດພວກເຮົາກາຍເປັນເຂດດິນແດນແຫ່ງສັນຕິພາບ, ມີສະຖຽນລະພາບ ແລະພັດທະນາຢ່າງແທ້ຈິງ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ