ລາຍການປະສານສຽງດົນຕີສິລະປະ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ”
ຕອນຄໍ່າວັນທີ 16 ມັງກອນ, ຢູ່ໂຮງລະຄອນໂຮ່ເກືອມ ທີ່ຮ່າໂນ້ຍ ໄດ້ຈັດລາຍການປະສານສຽງດົນຕີສິລະປະພິເສດ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ” ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026) ແລະຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະຈັດຂຶ້ນໃນອາທິດໜ້າຢູ່ຮ່າໂນ້ຍ.
ລາຍການໂດຍວາລະສານກອມມູນິດ ສົມທົບກັບຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ, ສະຖານີໂທລະພາບຫວຽດນາມ ແລະບັນດາຄູ່ຮ່ວມມືຈັດຂຶ້ນ.
    |
 |
|
ລາຍການປະສານສຽງດົນຕີສິລະປະ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ”. ພາບ: vov.vn |
ລາຍການໄດ້ວາດພາບການເດີນທາງອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ ນັບແຕ່ລະດູໃບໄມ້ຫຼົ່ນປະຫວັດສາດ 1930 ມາຮອດສັງກາດພັດທະນາໃໝ່ຂອງປະເທດຊາດໃນປະຈຸບັນ ແລະກໍ່ເປັນການປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຢ່າງມີໄຊ.
ຕອນບ່າຍວັນດຽວກັນ, ຢູ່ສູນຄວບຄຸມໂລກລະບາດນະຄອນຮ່າໂນ້ຍ, ພະແນກສາທາລະນະສຸກຮ່າໂນ້ຍໄດ້ຈັດພິທີເລີ່ມເຄື່ອນໄຫວຕອບສະໜອງດ້ານສາທາລະນະສຸກຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ນີ້ແມ່ນການເຄື່ອນໄຫວສຳຄັນເພື່ອເປັນເຈົ້າການຜັນຂະຫຍາຍບັນດາແຜນການຮັບປະກັນວຽກງານສາທາລະນະສຸກ, ສົ່ງເສີມສຸຂະພາບ, ການປ້ອງກັນ, ຕ້ານພະຍາດ… ໃນຕະຫຼອດໄລຍະຈັດກອງປະຊຸມໃຫຍ່ຂອງພັກ ຢູ່ນະຄອນຫຼວງຮ່າໂນ້ຍ ໃນອາທິດຈະມາເຖິງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ