ເຂົ້າຮ່ວມພິທີເປີດງານວາງສະແດງ ມີທ່ານພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງ; ທ່ານພົນຕີ ເລກວາງດ້າວ ຮອງຫົວໜ້າກົມໃຫຍ່ເສນາທິການ; ທ່ານພົນໂທ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ ຫງວຽນຮຸຍຮ້ຽວ, ອະດີດກໍາມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ...

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ. ພາບ: ຮວ່າງຫວູ໋

ງານວາງສະແດງແມ່ນການເຄື່ອນໄຫວທີ່ແທດຈິງມຸ່ງໄປເຖິງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອິນໂດເນເຊຍ (30-12-1955 / 30-12-2025). ງານວາງສະແດງນໍາສະເໜີຮູບພາບ, ວັດຖຸພັນ, ເອກະສານອັນລໍ້າຄ່າຫຼາຍຢ່າງ, ໃນນັ້ນມີບັນດາວັດຖຸພັນ, ຊຸດສະສົມວັດຖຸພັນທີ່ໄດ້ນຳສະເໜີເປັນຄັ້ງທຳອິດ, ຄື: ຊຸດສະສົມຂອງຂວັນ ຂອງລັດອິນໂດເນເຊຍ ມອບໃຫ້ປະທານໂຮ່ຈີມິນ, ຈົດໝາຍຂອງຜູ້ຟັງອິນໂດເນເຊຍ ສົ່ງເຖິງຄະນະພົວພັນຕ່າງປະເທດ, ສະຖານີວິທະຍຸກະຈາຍສຽງຫວຽດນາມ, ຂອງຂວັນຂອງຄະນະກອງທັບອິນໂດເນເຊຍ ມອບໃຫ້ກອງທັບປະຊາຊົນຫວຽດນາມ ໃນບັນດາການຢ້ຽມຢາມ...

ຄຽງຂ້າງນັ້ນ, ງານວາງສະແດງຍັງໄດ້ນຳສະເໜີຮູບພາບຍຸກປະຈຸບັນ 70 ແຜ່ນ, ລວມມີຮູບພາບ 35 ແຜ່ນຂອງນັກຖ່າຍຮູບຫວຽດນາມ ແລະຮູບພາບ 35 ແຜ່ນຂອງນັກຖ່າຍຮູບອິນໂດເນເຊຍ. ງານວາງສະແດງແນໃສ່ນຳສະເໜີໃຫ້ພະນັກງານ, ນັກຮົບ ແລະປະຊາຊົນ ກ່ຽວກັບຄຸນຄ່າ, ຄວາມໝາຍປະຫວັດສາດ, ສາຍພົວພັນມິດຕະພາບອັນດີງາມ, ທີ່ມີມາແຕ່ດົນນານລະຫວ່າງຫວຽດນາມ ແລະອິນໂດເນເຊຍ, ໂດຍປະທານ ໂຮ່ຈີມິນ ແລະປະທານາທິບໍດີ Sukarno ເປັນຜູ້ກໍ່ຕັ້ງ, ພັດທະນາກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປະຈຸບັນ, ຜ່ານນັ້ນປະກອບສ່ວນຮັກສາ, ປັບປຸງ, ຊຸກຍູ້ສາຍພົວພັນ ຫວຽດນາມ-ອິນໂດເນເຊຍ ພັດທະນານັບມື້ນັບແໜ້ນແຟ້ນ.

ງານວາງສະແດງໄດ້ເປີດໃຫ້ຜູ້ມາຊົມແຕ່ວັນທີ 23 ທັນວາ 2025 ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

ໂດຍ: ທະນູສອນ ລ່ຽງຄໍາອ່ອນ