ລາຍການສະແດງສິລະປະພິເສດ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ
ລາຍການສະແດງສິລະປະພິເສດ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ” ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກ (03-02-1930/03-02-2026) ຖືກຈັດຂຶ້ນຢ່າງສົມກຽດໃນຕອນຄໍ່າວັນທີ 23 ມັງກອນ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ, ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍຫຼາຍການນຳ, ອະດີດການນໍາພັກ, ລັດ ໄດ້ເຂົ້າຮ່ວມລາຍການ.
    |
 |
|
ລາຍການສະແດງສິລະປະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: qdnd.vn |
ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ”, ລາຍການສະແດງສິລະປະຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ລວມມີ 3 ພາກ: “ພາຍໃຕ້ຄັນທຸງຂອງພັກ”, “ຝາກຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ພັກ” ແລະ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ”. ບັນດາລາຍການສະແດງສິລະປະໃນລາຍການໄດ້ສະແດງໃຫ້ເຫັນແຈ້ງບົດບາດນຳພາຂອງພັກ ແລະຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພາລະກິດປະຕິວັດ.
ໜຶ່ງໃນບັນດາພາບພົດທີ່ພົ້ນເດັ່ນໃນລາຍການນັ້ນແມ່ນການເຂົ້າຮ່ວມຂອງນັກສະແດງມະຫາຊົນກວ່າ 6.000 ຄົນ ທີ່ມາຈາກກຳລັງປະກອບອາວຸດ ແລະນັກສຶກສາ. ການປະສານສົມທົບລະຫວ່າງກຣາຟິກເທິງເວທີ, ດົນຕີ, ແສງສີ ແລະຮູບພາບປະຫວັດສາດໄດ້ສ້າງບັນຍາກາດການເມືອງ-ວັດທະນະທຳທີ່ຍອດຢ້ຽມ. ລາຍການດັ່ງກ່າວໄດ້ນຳມາເຊິ່ງຄວາມຮູ້ສຶກເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງປະຊາຊົນ, ນັກສະແດງທີ່ມີຕໍ່ໄລຍະພັດທະນາໃໝ່ຂອງປະເທດຊາດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ວາງອອກ.
“ນີ້ເປັນຄັ້ງທຳອິດທີ່ ດັງເຢືອງ ເຂົ້າຮ່ວມລາຍການໃຫຍ່ຄືແນວນີ້, ມັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ປະເທດເຮົາພວມບືນຕົວຂຶ້ນ. ຄັ້ງທຳອິດທີ່ເຮັດເວທີໃນທົ່ວເນື້ອທີ່ສະໜາມກິລາ, ດັງເຢືອງ ບໍ່ເຄີຍສະແດງຢູ່ເວທີໃດທີ່ໃຫຍ່ຄືແນວນີ້. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ”.
“ສຸດຍອດຫຼາຍ. ຢືນຢູ່ໃຕ້ທ້ອງຟ້າທີ່ເຕັມໄປດ້ວຍດອກບັ້ງໄຟຄືແນວນີ້, ຂ້າພະເຈົ້າກໍຄືບັນດາເພື່ອນໜຸ່ມອື່ນລ້ວນແຕ່ຮູ້ສຶກເອກອ້າງທະນົງໃຈ, ປິຕິຊົມຊື່ນ, ມີຄວາມສຸກທີ່ສຸດ ແລະມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ການພັດທະນາຂອງປະເທດຊາດໃນໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງເຊິ່ງຄົນລຸ້ນໜຸ່ມຄືພວກເຮົາກໍຕ້ອງເປັນສ່ວນໜຶ່ງຂອງອະນາຄົດນັ້ນ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ