ນີ້ແມ່ນລາຍການສະແດງສິລະປະ ເພື່ອການກຸສົນດ້ວຍຈຸດປະສົຊ່ວຍເຫຼືອຈໍານວນເງິນທັງໝົດແຜ່ບໍລິຈາກເຖິງພໍ່ແມ່ເຂດຖືກພາຍຸນໍ້າຖ້ວມ ຜ່ານສູນກາງແນວໂຮມປະເທດຊາດ ຫວຽດນາມ.

leftcenterrightdel
ນີ້ແມ່ນລາຍການສະແດງສິລະປະເພື່ອການກຸສົນ ດ້ວຍຈຸດປະສົບຊ່ວຍເຫຼືອຈໍານວນເງິນທັງໝົດແຜ່ບໍລິຈາກເຖິງພໍ່ແມ່ເຂດຖືກພາຍຸນໍ້າຖ້ວມ ຜ່ານສູນກາງແນວໂຮມປະເທດຊາດ ຫວຽດນາມ. ພາບ: VTC News.

ໂດຍມີຄວາມສະເທືອນໃຈຕໍ່ຮູບພາບ, ຂໍ້ມູນຂອງພາບສາລະຄະດີ ແລະ ການແບ່ງປັນຂອງນັກຂ່າວ, ອ້າຍ ຫງວຽນຄັກຕວັນ, ກຸ່ມບໍລິສັດການສຶກສາ ແລະ ລົງທຶນ EI, ໃຫ້ຮູ້ວ່າ: “ນ້ຳຖ້ວມຜ່ານມາຮ້າຍແຮງທີ່ສຸດ. ເມື່ອຊົມບັນດາພາບຖ່າຍນີ້, ຂ້າພະເຈົ້າຍິ່ງຮູ້ສຶກເຈັດປວດ ແລະ ຜ່ານລາຍການນີ້, ຂ້າພະເຈົ້າຢາກສົ່ງນ້ຳໃຈອັນເລັກໆນ້ອຍໆຕົນ, ຂອງກຸ່ມບໍລິສັດເຖິງພໍ່ແມ່ພີ່ນ້ອງຢູ່ເຂດຖືກນໍ້າຖ້ວມ ດ້ວຍຈຳນວນເງິນສົດ 4.300 ໂດລາສະຫະລັດ ແລະທຶນການສຶກສາກວ່າ 43.000 ໂດລາສະຫະລັດ. ຂ້າພະເຈົ້າເອງກໍຢາກອຸປະກະລະເດັກກຳພ້າ 10 ຄົນ ພາຍຫຼັງເຫດຖືກຜົນກະທົບຈາກພາຍຸນ້ຳຖ້ວມຈົນຮອດເວລາພວກຮ້ອງໄປຮຽນປະລິນຍາຕີ.”

ພິເສດ, ລາຍການນີ້ຍັງມີລາຍການປະມູນຂາຍລົດຈັກໄຟຟ້າ - ເຊິ່ງເປັນຂອງຂວັນຂອງ Vinfast ແລະ ພາບແຕ້ມຂອງຈິດຕະກອນ ດວ່ານງວຽນ ເພື່ອຊ່ວຍເຫຼືອພໍ່ແມພີ່ນ້ອງທີ່ຖືກຜົນເສຍຫາຍຈາກພາຍຸ. ຜ່ານລາຍການນີ້, ບັນດານັກອຸປະຖຳ, ຜູ້ໃຈບຸນໃຈກຸສົນໄດ້ແຜ່ບໍລິຈາກເງິນ 2 ຕື້ 850 ລ້ານດົ່ງ, ເກືອບ 120.000 ໂດລາສະຫະລັດ.

ໂດຍ: ກວຽດເຕິມ