ຕອນຄ່ຳວັນທີ 11 ສິງຫາ, ຢູ່ເຂດຮ່ອງຮອຍສະຖານປະຫວັດສາດພິເສດກຳແພງເກົ່າ ກວ໋າງຈິ ແລະທ່າລອຍກະທົງແມ່ນ້ຳ ແທ້ງຫານ (ແຂວງກວ໋າງຈິ), ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວ໋າງຈິ ຈັດລາຍການສະແດງສິລະປະ “ບົດເພງອຳມະຕະ”.

leftcenterrightdel
ລາຍການສະແດງສິລະປະ “ບົດເພງອຳມະຕະ”. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນເຫດການໜຶ່ງໃນບັນດາກິດຈະກຳອາໄລຫາ, ຕອບບຸນແທນຄຸນ ປີ 2024 ແລະສະເຫຼີມສະຫຼອງວັນເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ ທີ່ແຂວງກວ໋າງຈິ ຄົບຮອບ 70 ປີ (1954 – 2024).  ພ້ອມດຽວກັນນັ້ນ, ກໍແມ່ນໜຶ່ງໃນບັນດາກິດຈະກຳທີ່ພິເສດ ແລະມີຄວາມໝາຍໃນຂອບເຂດລາຍການ “ຄວາມຝັນສັນຕິພາບ” ຂອງງານບຸນເພື່ອສັນຕິພາບ ປີ 2024 ໂດຍແຂວງ ກວ໋າງຈິ ຈັດຂຶ້ນເປັນຄັ້ງທຳອິດ.

ລາຍການດັ່ງກ່າວກໍ່ວາດພາບຄືນໄລຍະຕໍ່ສູ້ຢ່າງອົງອາດກ້າຫານ, ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງຊາດຂອງຄົນລຸ້ນພໍ່ລຸ້ນອ້າຍ ກໍ່ຄືສ່ອງແສງໃຫ້ເຫັນເຖິງຄວາມມານະພະຍາຍາມຂອງລຸ້ນຄົນປັດຈຸບັນ ທີ່ພວມຮ່ວມແຮງຮ່ວມໃຈສ້າງບ້ານເກີດເມືອງນອນໃນການພັດທະນາລວມຂອງປະເທດຊາດ ດ້ວຍຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດ ແລະມຸ່ງໄປເຖິງອະນາຄົດ.

ໂດຍ: ກວຽດເຕິມ