ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (1947 – 2024), ຕອນຄ່ຳວັນທີ 05 ສິງຫາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ຈັດລາຍການພົບປະແລກປ່ຽນສິລະປະ “ຍືນຍົງຄົງຕົວກັບປະເທດຊາດຕະຫຼອດໄປ”. ເຂົ້າຮ່ວມລາຍການມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ແມ່ ຫວຽດນາມ ວິລະຊົນ, ຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ລາຍການພົບປະແລກປ່ຽນສິລະປະ “ຍືນຍົງຄົງຕົວກັບປະເທດຊາດຕະຫຼອດໄປ”. ພາບ: vovworld.vn

ລາຍການໄດ້ຈັດຂຶ້ນເພື່ອເປັນການສືບທອດຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” “ຕອບບຸນແທນຄຸນ” ຂອງຊາດ ຫວຽດນາມ, ພ້ອມທັງ, ຮຽກຮ້ອງສັງຄົມສືບຕໍ່ສະຫງວນຄວາມເອົາໃຈໃສ່, ຕອບບຸນແທນຄຸນບັນດາແມ່ ຫວຽດນາມ ວິລະຊົນ, ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ກ່າວຄຳເຫັນທີ່ລາຍການ, ທ່ານພົນຕີ ຮ່ວາງແຄງຮືງ, ປະທານສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ເນັ້ນໜັກວ່າ:

“ຕາມຕົວເລກສະຖິຕິແລ້ວ, ທົ່ວປະເທດມີນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 1,2 ລ້ານຄົນ. ເກືອບ 50 ປີໄດ້ໄປພົ້ນໄປແລ້ວ, ປະເທດຊາດໄດ້ໂຮມເປັນເອກະພາບ, ແຕ່ຊາດ ຫວຽດນາມ ຍັງມີວຽກງານໃຫຍ່ຫຼວງທີ່ຕ້ອງເຮັດສຳລັບນັກຮົບເສຍສະຫຼະຊີວິດເພື່ອຊາດ 530.000 ຄົນ, ໝາຍຄວາມວ່າ ມີເກືອບ 530.000 ຄອບຄົວຍັງລໍຄອຍໄດ້ຮັບອັດຖິຍາດຕິພີ່ນ້ອງຂອງຕົນກັບເມືອບ້ານເກີດເມືອງນອນ. ໃນຈຳນວນນັ້ນ, ຍັງມີ 180.000 ອັດຖິຍັງນອນຢູ່ສະໜາມຮົບ”.

ແຫຼ່ງຄັດຈາກ: vovworld.vn