leftcenterrightdel
ງານມະຫາກຳກິລາສາກົນສຳລັບຄົນພິການຄັ້ງທີ 17, ມີການເດີນສວນສະໜາມຢ່າງຟົດຟື້ນຂອງ 168 ຄະນະນັກກິລາຂອງບັນດາປະເທດ ແລະເຂດແຄວ້ນ. ພາບ: ສໍານັກຂ່າວສານຫວຽດນາມ. 

ເຫດການມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຝລັ່ງ, Emmanuel Macron; ທ່ານປະທານຄະນະຈັດຕັ້ງ Olympic ແລະ Paralympic Paris 2024 Tony Estanguet; ທ່ານປະທານຄະນະກຳມະການກິລາຄົນພິການສາກົນ (IPC) Andrew Parson... ພ້ອມດ້ວຍການນຳ, ລັດຖະມົນຕີກິລາບັນດາປະເທດ, ເຈົ້າໜ້າທີ່ລັດຖະບານ ແລະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ.

Paralympic Paris 2024, ງານມະຫາກຳກິລາສຳລັບຄົນພິການ ຄັ້ງທີ 17, ມີການເດີນສວນສະໜາມຢ່າງຟົດຟື້ນຂອງ 168 ຄະນະນັກກິລາຂອງບັນດາປະເທດ ແລະເຂດແຄວ້ນ. ມີນັກກິລາທັງໝົດກວ່າ 4.400 ຄົນ ເຂົ້າຮ່ວມ, ໃນນັ້ນ ມີນັກກິລາຍິງເກືອບ 2.000 ຄົນ. ນີ້ແມ່ນຕົວເລກທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ 60 ປີຜ່ານມາຂອງງານມະຫາກຳກິລາ Paralympic. ຄະນະນັກກິລາຄົນພິການຫວຽດນາມ ເຂົ້າຮ່ວມ Paralympic Paris 2024 ດ້ວຍສະມາຊິກ 14 ຄົນ, ໃນນັ້ນ, ມີນັກກິລາ 7 ຄົນ, ແຂ່ງຂັນໃນບັນດາເນື້ອໃນ: ຍົກນ້ຳໜັກ, ລອຍນ້ຳ, ແລ່ນ ແລະລານ.

ແຫຼ່ງຄັດຈາກ: vovworld.vn