ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຄະນະກຳມະການກວດກາພັກແຂວງດ້ຽນບຽນ ແລະຄະນະກຳມະການກວດກາພັກ 3 ແຂວງ ຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນງານ, ໂຄງປະກອບກົງຈັກການຈັດຕັ້ງ ແລະປະສົບການບາງຢ່າງໃນການກວດກາ, ຕິດຕາມກວດກາ ແລະປະຕິບັດລະບຽບວິໄນ, ພ້ອມກັນນັ້ນເຫັນດີຕີລາຄາຜົນການຮ່ວມມືແຕ່ປີ 2022 ມາຮອດປະຈຸບັນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະຄະນະກຳມະການກວດກາພັກ 3 ແຂວງ, ຄື: ຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ ໄດ້ເຫັນດີເປັນເອກະພາບຕໍ່ທິດທາງ, ການພົວພັນມິດຕະພາບ, ແລກປ່ຽນປະສົບການໃນວຽກງານກວດກາ, ຕິດຕາມກວດກາ ແລະປະຕິບັດລະບຽບວິໄນຂອງພັກ ໄລຍະ 2024-2026.

ຄະນະກໍາມະການກວດກາພັກ ບັນດາແຂວງສືບຕໍ່ເພີ່ມທະວີການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອການປະຕິວັດ, ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະແຂວງ ດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ໃຫ້ແກ່ພະນັກງານ, ລັດຖະກອນຂະແໜງກວດກາ ແລະປະຊາຊົນ.

leftcenterrightdel
ຜູ້ຕາງໜ້າຄະນະກຳມະການກວດກາພັກແຂວງ ດ້ຽນບຽນ ແລະຄະນະກຳມະການກວດກາພັກ 3 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ ແລກປ່ຽນບົດບັນທຶກຊ່ວຍຈໍາ. ພາບ: ສໍານັກຂ່າວສານຫວຽດນາມ

ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນໃນການກວດກາ, ຕິດຕາມກວດກາ ແລະການປະຕິບັດລະບຽບວິໄນຂອງອົງການກວດກາພັກ-ລັດ ເພື່ອຍົກສູງບົດບາດ ແລະຄວາມຮັບຜິດຊອບໃນການຊີ້ນຳ ນຳພາປະຕິບັດໜ້າທີ່ການເມືອງຂອງຄະນະກໍາມະການກວດກາແຂວງ, ຂອງພະນັກງານ-ລັດຖະກອນຂອງແຕ່ລະຝ່າຍຢ່າງບໍ່ຢຸດຢັ້ງ.

ບັນດາຫົວໜ່ວຍໄດ້ເຫັນດີເປັນເອກະພາບຕໍ່ເວລາຈັດຕັ້ງການພົບປະ ແລະແລກປ່ຽນປະສົບການ 2 ປີ/ຄັ້ງ ດ້ວຍຮູບແບບໝູນວຽນຢູ່ຫວຽດນາມ ແລະລາວ, ໂດຍຄະນະກຳມະການກວດກາບັນດາແຂວງເປັນປະທານ; ຜ່ານນັ້ນ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ.

ໂດຍ: ທະນາພອນ