ດ້ວຍຫົວຂໍ້ “ໝາກຖົ່ວລຽນ ກຣົງປັກ - ພັດທະນາ ແລະເຊື່ອມໂຍງ”, ງານບຸນໝາກຖົ່ວລຽນ ກຣົງປັກ ຄັ້ງທີ 2 ປີ 2024 ຢູ່ແຂວງ ດັກລັກ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 31 ສິງຫາ ແລະອັດລົງໃນວັນທີ 2 ກັນຍາ ດ້ວຍຫຼາຍກິດຈະກຳທີ່ນຳມາເຊິ່ງການສຳຜັດທີ່ຈັບອົກຈັບໃຈໃຫ້ແກ່ປະຊາຊົນ ແລະແຂກທ່ອງທ່ຽວ.

leftcenterrightdel
ທີ່ພິທີໄຂ, ປະຊາຊົນ ແລະແຂກທ່ອງທ່ຽວໄດ້ຮັບຊົມລາຍການສະແດງສິລະປະກ່ຽວກັບເລື່ອງລາວປະຫວັດສາດແຫ່ງການສ້າງຕັ້ງເມືອງ ກຣົງປັກ ກໍ່ຄືການກຳເນີດຂອງໝາກຖົ່ວລຽນ. ພາບ: moitruongvadothi.vn

ໃນພິທີໄຂ, ປະຊາຊົນ ແລະແຂກທ່ອງທ່ຽວໄດ້ຮັບຊົມລາຍການສະແດງສິລະປະກ່ຽວກັບເລື່ອງລາວປະຫວັດສາດແຫ່ງການສ້າງຕັ້ງເມືອງ ກຣົງປັກ ກໍຄືການກຳເນີດຂອງໝາກຖົ່ວລຽນ ໃນດິນແດນແຫ່ງນີ້.

ເນື່ອງໃນໂອກາດນີ້, ຍັງດຳເນີນບັນດາເຫດການເຊັ່ນ: ການເສັງຊາວກະສິກອນຜະລິດໝາກຖົ່ວລຽນເກັ່ງ; ງານຕະຫຼາດນັດແນະນຳຜະລິດຕະພັນ OCOP ແລະກະສິກຳທີ່ມີຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ; ວັນບຸນວັດທະນະທຳ - ອາຫານການກິນຂອງບັນດາເຜົ່າຢູ່ເມືອງ ກຣົງປັກ; ກອງປະຊຸມສຳມະນາກໍ່ສ້າງ ແລະ ພັດທະນາລະບົບຊີວະພາບໝາກຖົ່ວລຽນ ຍືນຍົງ...

ໂດຍ: ກວຽດເຕິມ