ລາຍການພົບປະແລກປ່ຽນວັດທະນະທໍາໂຮ້ຍອານ-ຍີ່ປຸ່ນ ຄັ້ງທີ 20, ປີ 2024, ໄຂຂື້ນໃນຕອນຄໍ່າວັນທີ 2 ສິງຫາ, ທີ່ສ່ວນປັ້ນ (ໂຮ້ຍອານ, ກວາງນາມ).

leftcenterrightdel
ລາຍການສະແດງສິລະປະຢູ່ເຫດການ. ພາບ: baovanhoa.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນວັນເຊີນ ປະທານຄະນະກໍາມະການປະຊາຊົນນະຄອນໂຮ້ຍອານ, ຢືນຢັນວ່າ: ເຫດການມີຄວາມໝາຍສໍາຄັນພິເສດ, ເປັນຂີດໝາຍຄັ້ງທີ 20 ທີ່ນະຄອນໂຮ້ຍອານ ແລະບັນດາຄູ່ຮ່ວມມືຍີ່ປຸ່ນ ສົມທົບກັນຈັດຕັ້ງດ້ວຍການເຂົ້າຮ່ວມທີ່ນັບມື້ນັບຫຼາຍຂອງບັນດາອົງການຈັດຕັ້ງ ແລະວິສາຫະກິດທີ່ມາຈາກຍີ່ປຸ່ນ ແລະຫວຽດນາມ. ຜ່ານການຈັດຕັ້ງແຕ່ລະຄັ້ງ, ລາຍການນັບມື້ນັບໄດ້ຮັບການລົງທຶນ, ມີລັກສະນະພື້ນເມືອງ ແລະທັນສະໄໝໂດຍບັນດານັກສິລະປິນ, ນັກສະແດງ, ນັກຮ້ອງຂອງຫວຽດນາມ ແລະຍີ່ປຸ່ນ ພ້ອມກັນຮ່ວມມືຜັນຂະຫຍາຍ.

ພາຍຫຼັງພິທີໄຂແມ່ນບັນດາລາຍການສະແດງສິລະປະທີ່ພົ້ນເດັ່ນ, ແມ່ນວັດທະນະທໍາພື້ນເມືອງຂອງຫວຽດນາມ ແລະຍີ່ປຸ່ນໂດຍນັກສະແດງ 2 ປະເທດສະແດງ.

ລາຍການພົບປະແລກປ່ຽນວັດທະນະທໍາໂຮ້ຍອານ-ຍີ່ປຸ່ນ ຄັ້ງທີ 20 ໄດ້ດໍາເນີນແຕ່ວັນທີ 2-4 ສິງຫາ 2024 ດ້ວຍຫຼາຍກິດຈະກໍາທີ່ສ້າງຄວາມດຶງດູດ,  ຄື: ບຸນຊ່ວງເຮືອໂຮ້ຍອານ, ຍີ່ປຸ່ນ ແລະນັກທ່ອງທ່ຽວ; ພິທີຖະຫວາຍທູບທຽນຢູ່ບັນດາສຸສານນັກທຸລະກິດຍີ່ປຸ່ນຢູ່ ໂຮ້ຍອານ; ແນະນໍາຂຽນຕົວໜັງສືຍີ່ປຸ່ນ; ສິລະປະຊົງຊາຍີ່ປຸ່ນ...

ໂດຍ: ໄຊນີດາ