leftcenterrightdel
ພັນເອກພິເສດ ຫງວຽນຊວນຖຸຍ ຮອງຫົວໜ້າກົມໂຄສະນາອົບຮົມ ເປັນປະທານກອງປະຊຸມ. ພາບ: qdnd.vn

ວັນທີ 30 ສິງຫາ, ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ຈັດຕັ້ງກອງປະຊຸມເພື່ອເປັນເອກະພາບຕໍ່ເນື້ອໃນຊັບສ້ອນ, ອອກແບບວາງສະແດງ ແລະຈັດຕັ້ງບັນດາການເຄື່ອນໄຫວສິລະປະວັດທະນະທໍາກອງທັບ ໃນຫຼາຍຂົງເຂດ: ຮູບເງົາ; ວັນນະດະດີ, ສິ່ງພິມ, ຈໍາໜ່າຍປຶ້ມ; ວິຈິດສິນ; ເວທີສະແດງ; ດົນຕີ; ຟ້ອນ; ສະຖາປັດຕະຍະກໍາ; ຖ່າຍຮູບ, ສະເໜີເນື້ອໃນວາງສະແດງ ແລະການເຄື່ອນໄຫວຮັບປະກັນນອນໃນແຜນການລວມ, ສ່ອງແສງຄວາມເປັນຫຼາກຫຼາຍຂອງສິລະປະ, ວັດທະນະທໍາກອງທັບ.

leftcenterrightdel
ທ່ານນາງ ພັນເອກພິເສດ ດັ້ງໝີ້ແຮ້ງ ຫົວໜ້າຫ້ອງສິລະປະວັດທະນະທໍາ (ກົມໂຄສະ ນາອົບຮົມ) ສະເໜີຮ່າງລາຍການເຄື່ອນໄຫວ. ພາບ: qdnd.vn
leftcenterrightdel
ພັນເອກພິເສດ ເລຫງອັກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ປະກອບຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ງານວາງສະແດງ 80 ປີແຫ່ງສິລະປະວັດທະນະທໍາກອງທັບປະຊາຊົນຫວຽດນາມ ແມ່ນການເຄື່ອນໄຫວທີ່ຈັດຕັ້ງເປັນຄັ້ງທໍາອິດ, ຢັ້ງຢືນການປະກອບສ່ວນຂອງສິລະປະວັດທະນະທໍາກອງທັບ ໃນພາລະກິດປະຕິວັດຂອງຊາດ.

ໄລຍະເວລາຈັດຕັ້ງງານວາງສະແດງ ແຕ່ 20 ໂມງຂອງວັນທີ 20 ທັນວາ ເຖິງ 21 ໂມງ ວັນທີ 22 ທັນວາ 2024, ທີ່ຖະໜົນຍ່າງ ໂຮ່ເກືອມ, ເມືອງ ຮວ່ານກ໊ຽມ, ນະຄອນ ຮ່າ ໂນ້ຍ.

ໂດຍ: ໄຊຊະນະ