leftcenterrightdel
ທ່ານ ຫງວຽນແມ້ງກວ່ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄໍາເຫັນໄຂວັນບຸນວັດທະນະທໍາມິດຕະພາບ “ສີສັນອາຊຽນ”. ພາບ: qdnd.vn

ນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາສາກົນ, ການເຄື່ອນໄຫວການທູດປະຊາຊົນຂອງນະຄອນຫຼວງ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ, 79 ປີແຫ່ງວັນຊາດຫວຽດນາມ, 70 ປີແຫ່ງວັນປົດປ່ອຍ ນະຄອນຫຼວງ, 25 ປີແຫ່ງວັນອົງການ UNESCO ເຊີດຊູ ຮ່າໂນ້ຍ ເປັນ “ນະຄອນເພື່ອສັນຕິພາບ”.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນສາກົນ ເຂົ້າຮ່ວມພິທີໄຂ. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້າບັນດາສະຖານທູດອາຊຽນ ປະຈໍາຫວຽດນາມ ເຂົ້າຮ່ວມພິທີໄຂ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນແມ້ງກວ່ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ ການຮ່ວມມືມິດຕະພາບ ແລະການເຊື່ອມຕໍ່ພາກພື້ນໃນຂອບເຂດອາຊຽນ ຍາມໃດກໍແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຂອງຫວຽດນາມ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນກໍ່ສ້າງອາຊຽນ ໃຫ້ນັບມື້ນັບສະໜິດຕິດພັນ ແລະໝັ້ນຄົງເຂັ້ມແຂງກວ່າ, ເຮັດໃຫ້ການພົວພັນຮ່ວມມືມິດຕະພາບ ກັບບັນດາປະເທດສະມາຊິກ ທັງສອງຝ່າຍ ແລະຫຼາຍຝ່າຍ ນັບມື້ນັບໝັ້ນແກ່ນ ແລະມີປະສິດທິຜົນ. ວັນບຸນວັດທະນະທໍາມິດຕະພາບ “ສີສັນອາຊຽນ” ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນ ທີ່ພວມປະຕິບັດງານຢູ່ຫວຽດນາມ ມີໂອກາດໄດ້ພົບປະແລກປ່ຽນມິດຕະພາບ ກັບປະຊາຊົນນະຄອນຫຼວງ.

leftcenterrightdel
 
leftcenterrightdel
ບາງລາຍການສະແດງ ແລະສະແດງຊຸດອາພອນພື້ນເມືອງຂອງບັນດາປະເທດອາຊຽນ. ພາບ: qdnd.vn

ເນັ້ນໜັກເຖິງການປະກອບສ່ວນຕັ້ງໜ້າຂອງຫວຽດນາມ ເຂົ້າໃນການສ້າງອະນາຄົດຂອງພາກພື້ນ, ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ປີ 2024 ບໍ່ພຽງແຕ່ແມ່ນປີສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ ເທົ່ານັ້ນ ຫາກຍັງແມ່ນປີທີ່ມີຄວາມໝາຍສໍາຄັນຕໍ່ກັບລາວ ເມື່ມເປັນກຽດໄດ້ຮັບບົດບາດເປັນປະທານອາຊຽນ ຄັ້ງທີສາມ ອີກດ້ວຍ. ທ່ານນາງ ຄໍາເພົາ ເອີນທະວັນ ເຊື່ອໝັ້ນວ່າ ພ້ອມກັບການສະໜັບສະໜູນ ແລະການຮ່ວມມືຢ່າງແຂງແຮງຂອງບັນດາປະເທດສະມາຊິກ ແລະບັນດາຄູ່ຮ່ວມນອກກຸ່ມ, ລາວ ຈະປະຕິບັດສໍາເລັດບົດບາດປະທານອາຊຽນ 2024.

ວັນບຸນວັດທະນະທໍາມິດຕະພາບ “ສີສັນອາຊຽນ” ດໍາເນີນແຕ່ວັນທີ 29 ສິງຫາ ເຖິງ ວັນທີ 1 ກັນຍາ ທີ່ພະລາຊະວັງ ທັງລອງ ດ້ວຍການເຄື່ອນໄຫວຕ່າງໆ ຄື: ງານວາງສະ ແດງຮູບພາບ, ສະແດງເຄື່ອງນຸ່ງບູຮານຫວຽດນາມ ຜ່ານບັນດາສະໄໝສັກດິນາ, ສະແດງຊຸດເສື້ອຍາວ ແລະແຟຊັນທີ່ທັນສະໄໝ...

ໂດຍ: ໄຊຊະນະ