leftcenterrightdel
ລາຍມັງກອນໃນແຜ່ນສີລາຈາລຶກ. ພາບ: vov2.vn

ງານວາງສະແດງໄດ້ນຳມາເຊິ່ງຄວາມຮູ້ສຶກແປກໃໝ່ກ່ຽວກັບບັນດາລວດລາຍມັງກອນໃນແຜ່ນສີລາຈາລຶກປະລິນຍາເອກ ທັງລອງ 82 ແຜ່ນ ທີ່ພວມໄດ້ຮັບການອະນຸລັກຮັກສາຢູ່ ວັນໝຽວ - ກວັກຕື໋ຢາມ. ຄວາມມີຊີວິດຊີວາ ແລະມີຫົວຄິດປະດິດສ້າງຂອງລາຍມັງກອນໃນງານວາງສະແດງຕາມຫົວເລື່ອງຄັ້ງນີ້ ໄດ້ຊ່ວຍໃຫ້ຜູ້ຊົມຈິນຕະນາການໄດ້ແຈ້ງກວ່າກ່ຽວກັບຄວາມກົມກຽວ ແລະລະອຽດລະອໍ ກໍຄືຄວາມສຸດຈິດສຸດໃຈຂອງນາຍຊ່າງເຈຍລະໄນຫີນ ເພື່ອສ້າງຜົນງານນີ້ຂຶ້ນມາ. ນີ້ບໍ່ພຽງແຕ່ແມ່ນສາງຂໍ້ມູນອັນລ້ຳຄ່າກ່ຽວກັບປະຫວັດສາດ, ວັດທະນະທຳ, ສັງຄົມ ແລະການສຶກສາຂອງຫວຽດນາມ ໃນສະໄໝສັກດີນາເທົ່ານັ້ນ ຫາກຍັງແມ່ນບັນດາຜົນງານສິລະປະທີ່ເປັນເອກະລັກ ແລະມີຄວາມໝາຍຫຼາຍຢ່າງອີກດ້ວຍ. ທ່ານ ເລຊວັນກຽວ, ຜູ້ອຳນວຍການສູນວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕືຢາມ, ໃຫ້ຮູ້ວ່າ:

“ງານວາງສະແດງນີ້ ມີຈຸດແຕກຕ່າງກັນນັ້ນແມ່ນຂຸດຄົ້ນບັນດາຄຸນຄ່າກ່ຽວກັບດ້ານຈິດຕະກຳ, ໝາຍຄວາມວ່າບັນດາລວດລາຍ. ນີ້ແມ່ນລວດລາຍມັງກອນ ໃນແຜ່ນສີລາຈາລຶກປະລິນຍາເອກ. ຕາມປົກກະຕິ, ມະຫາຊົນໄປຢ້ຽມຊົມເຂດແຜ່ນຈາລຶກປະລິນຍາເອກ ແມ່ນຍາກທີ່ຈະສາມາດໄດ້ສຳຜັດ, ໄດ້ຮັບຊົມຄວາມງາມຂອງບັນດາລວດລາຍມັງກອນນີ້ ແຕ່ຜ່ານງານວາງສະແດງນີ້, ເຮົາສາມາດເຫັນໄດ້ເຖິງຄວາມງາມອັນຈັບໃຈ ແລະດູດດື່ມເຊິ່ງນາຍຊ່າງຫີນໄດ້ສ້າງຂຶ້ນກ່ອນນີ້ນັບຮ້ອຍປີ”.

ງານວາງສະແດງດັ່ງກ່າວ ໄດ້ດຳເນີນຮອດວັນທີ 26 ສິງຫາ ຈຶ່ງອັດລົງ.

ແຫຼ່ງຄັດຈາກ: vovworld.vn