ຄຳຄືນສະແດງສິລະປະ ແລະສະຫຼຸບລາຍການ “ສະແດງຄວາມກະຕັນຍູຕໍ່ພໍ່ແມ່ - ຄວາມກະຕັນຍູ ແລະຊົນຊາດ ປີ 2024” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 10 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ. ນີ້ແມ່ນລາຍການປະຈຳປີ ໂດຍຄະນະຖະແຫຼງຂ່າວ ແລະ ການສື່ສານສູນກາງ - ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຂຶ້ນນັບແຕ່ປີ 2014 ມາຮອດປັດຈຸບັນ ໃນໂອກາດວັນບຸນ ສະແດງຄວາມກະຕັນຍູຕໍ່ພໍ່ແມ່.

leftcenterrightdel
ສະແດງສິລະປະຢູ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການ “ສະແດງຄວາມກະຕັນຍູຕໍ່ພໍ່ແມ່ - ຄວາມກະຕັນຍູ ແລະຊົນຊາດ ປີ 2024” ໄດ້ຮັບການຜັນຂະຫຍາຍດ້ວຍ 2 ເນື້ອໃນ: ບັນດາການເຄື່ອນໄຫວທຳການກູ້ສົນ, ການຊ່ວຍເຫຼືອສັງຄົມ ແລະ ລາຍການສະແດງສິລະປະ.

ດ້ວຍການເຄື່ອນໄຫວທຳການກູ້ສົນ, ຊ່ວຍເຫຼືອສັງຄົມ, ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຢູ່ແຂວງ ດຽນບຽນ, ຄື: ອາໄລຫາ, ຈູດທຽນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ A1, ສ້າງກິດຈະກຳເຮືອນຄົວຢູ່ໂຮງຮຽນ ເນິມຕິ, ໂຮງຮຽນ ປະຖົມ ຮົວແທງ, ເມືອງດຽນບຽນ; ມອບຂອງຂັວນທຳການກູ້ສົນໃຫ້ແກ່ນັກຮຽນ ແລະ ປະຊາຊົນໃນບໍລິເວນ ຕາແສງຮົວແທງ, ຢ້ຽມຢາມ ແລະ ມອບຂອງຂວັນພະນັກງານ, ນັກຮົບປ້ອມທະຫານປ້ອງກັນຊາຍແດນ ເມືອງປົ່ນ, ສ້າງເຮືອນແຫ່ງຄວາມເມດຕາປານີໃຫ້ແກ່ອະດີດຊາວໜຸ່ມຕະລຸນບອນ…

ໂດຍ: ກວຽດເຕິມ