leftcenterrightdel
ຮູບພາບສະແດງ ທີ່ງານວາງສະແດງ. ພາບ: qdnd.vn

ງານວາງສະແດງ ໂດຍຄະນະໂຄສະນາສຶກສາສູນກາງ ແລະກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຊີ້ນໍາປະຕິບັດ ເນື່ອງໃນໂອກາດລະນຶກ 55 ປີແຫ່ງວັນປະຕິບັດ ຕາມຄໍາພິໄນກໍາຂອງປະທານ ໂຮ່ຈີມິນ (1969-2024) ແລະ 55 ປີແຫ່່ງວັນເຖິງແກ່ມໍ ລະນະກໍາຂອງ ເພິ່ນ (2-9-1969 / 2-9-2024).

leftcenterrightdel
ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງ. ພາບ: qdnd.vn

ດ້ວຍເອກະສານ, ຮູບພາບ, ຮູບສະແດງກວ່າ 200 ຢ່າງ, ງານວາງສະແດງ ໄດ້ປະ ກອບສ່ວນຢັ້ງຢືນຄໍາພິໄນກໍາຂອງປະທານ ໂຮ່ຈີມິນ ແມ່ນມີຄຸນຄ່າ ແລະພະລັງຊີວິດຍືນຍົງຄົງຕົວ. 55 ປີໄດ້ຜ່ານໄປ, ແນວຄິດຂອງປະທານ ໂຮ່ຈີມິນ ແລະຄໍາພິໄນກໍາຂອງ ເພິ່ນ ຍາມໃດກໍຮ່ວມເດີນທາງພ້ອມກັບຊົນຊາດ, ນໍາພາທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ຈົ່ງຮັກພັກດີຕໍ່ພາລະກິດປະຕິວັດ. ງານວາງສະແດງ ດໍາເນີນເຖິງວັນທີ 30 ກັນຍາ.

ໂດຍ: ໄຊຊະນະ