ລາຍການແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ເພື່ອແນໃສ່ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2024); 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2024); ມຸ່ງໄປເຖິງການສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດຊາດ ແລະກອງທັບໃນປີ 2024 ແລະ 2025. ເຫດການດັ່ງກ່າວໄດ້ນຳມາໃຫ້ຜູ້ຊົມກ່ຽວກັບສິລະປະຫຼາກຫຼາຍສີສັນ, ເຕົ້າໂຮມບັນດາແບບຢ່າງທີ່ດີເດັ່ນໃນຂະບວນການວັດທະນະທຳ, ສິລະປະຂອງບັນດາກຳລັງປະກອບອາວຸດ, ຊາວໜຸ່ມ ແລະນັກສຶກສາໃນທົ່ວປະເທດ.

leftcenterrightdel
ທ່ານພົນຕີ ບຸ່ຍກວກອວາຍ, ເລຂາພັກ, ຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລຫວຽດນາມ ກັບບັນດາການນໍາກອງບັນຊາການຕໍາຫຼວດທະເລ ອວຍພອນຄະນະສິລະປະກອນ. ພາບ: ດຶກຕິ້ງ.

ເຂົ້າຮ່ວມງານມະໂຫລານ, ບັນດານັກຮ້ອງ, ນັກສະແດງຂອງຄະນະສິລະປະກອນກອງບັນຊາການຕໍາຫຼວດທະເລ ໄດ້ນໍາເອົາລາຍການສະແດງສິລະປະທີ່ເປັນເອກະລັກດ້ວຍຫົວຂໍ້ “ປະເທດຊາດໃນດວງໃຈຂອງນັກຮົບຕໍາຫຼວດທະເລຫວຽດນາມ”.

ລາຍການສະແດງທີ່ອະລັງການໄດ້ມີການສົມທົບກັນຢ່າງກົມກຽວຂອງບັນດາຮູບການສິລະປະຂັບຮ້ອງ, ຟ້ອນ, ດົນຕີ, ລະຄອນໜ້າເວທີ ໄດ້ສະແດງໃຫ້ເຫັນເຖິງຊີວິດ ແລະຮູບພາບອັນສູງສົ່ງຂອງ “ທະຫານລຸງໂຮ່ - ນັກຮົບຕໍາຫຼວດທະເລ”.

ໃນໄລຍະທີ່ຜ່ານມາ, ພາຍໃຕ້ການນຳພາ, ຊີ້ນຳຂອງຄະນະພັກ, ຜູ້ບັນຊາການທຸກຂັ້ນ ພ້ອມກັບຄວາມສຸດໃຈ, ເມົາມົວຫຼົງໄຫຼສິລະປະຢ່າງມີຫົວຄິດປະດິດສ້າງຂອງພະນັກງານ, ນັກຮົບຢູ່ຂັ້ນຮາກຖານ, ຂະບວນການວັດທະນະທຳ, ສິລະປະຂອງກຳລັງຕຳຫຼວດທະເລໄດ້ພັດທະນາຢ່າງແຂງແຮງເທື່ອລະກ້າວ; ປະກອບສ່ວນສຳຄັນເຂົ້າໃນການສ້າງພາບພົດຂອງນັກຮົບຕໍາຫຼວດທະເລຫວຽດນາມ.

ໂດຍ: ຈາງຫງວຽນ