ອົດສະຕາລີ ແລະຫວຽດນາມ ເພີ່ມທະວີການຮ່ວມມືພັດທະນາທັກສະດີຈີຕອນ
ກປ.ອອນໄລ - ເພື່ອນໍາສະເໜີຂີດຄວາມສາມາດ ແລະທ່າແຮງແຖວໜ້າຂອງອົດສະຕາລີ ໃນຂົງເຂດການສຶກສາ ແລະບໍາລຸງສ້າງທັກສະດີຈີຕອນ, ວັນທີ 6 ມີນາ, ທີ່ດ່ານັ້ງ, ອົງການການຄ້າ ແລະການລົງທຶນ ລັດຖະບານ ອົດສະຕາລີ (Austrade) ໄດ້ຈັດຕັ້ງລາຍການ Australian Digital Skills Roadshow 2026 - Vietnam (ວັນບຸນການສຶກສາ ແລະບໍາລຸງສ້າງ ອົດສະຕາລີ ກ່ຽວກັບທັກສະດີຈີຕອນ 2026).
    |
 |
|
ທ່ານນາງ Emma McDonald ຮອງກົງສູນໃຫຍ່ຝ່າຍການຄ້າ ກ່າວຄໍາເຫັນໄຂເຫດການ. ພາບ: ທູກແອງ. |
ເຫດການນອນໃນການເຄື່ອນໄຫວວັນບຸນການສຶກສາ ແລະບໍາລຸງສ້າງ ອົດສະຕາລີ ກ່ຽວກັບທັກສະດີຈີຕອນ 2026 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຜັນຂະຫຍາຍທີ່ 4 ປະເທດ - ອິນໂດເນເຊຍ, ໄທ, ຫວຽດນາມ ແລະຟີລິບປິນ (ແຕ່ວັນທີ 2 ຫາວັນທີ 10 ມີນາ), ຜ່ານນັ້ນຢັ້ງຢືນຄໍາໝັ້ນສັນຍາຂອງອົດສະຕາລີ ໃນການໜູນຊ່ວຍພັດທະນາທັກສະ ແລະຍົກສູງຂີດຄວາມສາມາດກຽມພ້ອມໃຫ້ແກ່ຊັບພະຍາກອນມະນຸດໃນບັນດາຂົງເຂດ ເຕັກໂນໂລຊີດີຈີຕອນໃນທົ່ວພາກພື້ນ.
    |
 |
|
ທ່ານ ມາຍເຕິ໊ນລິງ ຮອງຫົວໜ້າພະແນກການສຶກສາ ແລະບໍາລຸງສ້າງ ນະຄອນດ່ານັ້ງ ກ່າວຄໍາເຫັນທີ່ເຫດການ. ພາບ: ທູກແອງ. |
ລາຍການ ໄດ້ເປີດໂອກາດອັນສໍາຄັນ ເພື່ອຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືສອງຝ່າຍກ່ຽວກັບການສຶກສາ, ບໍາລຸງສ້າງ ແລະແລກປ່ຽນນັກສຶກສາ, ພ້ອມທັງເພີ່ມທະວີການພົວພັນດ້ານເສດຖະກິດ ແລະເຊື່ອມຕໍ່ມະນຸດ, ມຸ່ງໄປເຖິງຄວາມວັດທະນາຖາວອນລວມ ແລະຕອບສະໜອງຄວາມຕ້ອງການດ້ານບຸກຄະລາກອນໃນອະນາຄົດ.
    |
 |
|
ນັກຮຽນ ແລກປ່ຽນກັບຜູ້ຕາງໜ້າບັນດາໂຮງຮຽນແຖວໜ້າຂອງອົດສະຕາລີ. ພາບ: ທູກແອງ. |
ທ່ານນາງ Emma McDonald ທີ່ປຶກສາທູດດ້ານການຄ້າ ແລະການລົງທຶນຂັ້ນສູງ ລັດຖະບານອົດ ສະຕາລີ (ຮອງກົງສູນໃຫຍ່ຝ່າຍການຄ້າ), ແບ່ງປັນວ່າ: ວັນບຸນການສຶກສາ ແລະບໍາລຸງສ້າງອົດສະຕາລີ ກ່ຽວກັບທັກສະດີຈີຕອນ 2026 ສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງອົດສະຕາລີ ໃນເລື່ອງພ້ອມກັບຫວຽດນາມ ສ້າງອະນາຄົດລວມ, ຊຸກຍູ້ຄວາມສາມາດດ້ານວຽກເຮັດງານທໍາ, ນະວັດຕະກໍາ ແລະເຕີບໂຕເສດຖະກິດ. ຜ່ານການຮ່ວມມືອັນໜັກແໜ້ນກັບຄູ່ຮ່ວມມືການສຶກສາ, ອົດສະຕາລີ ປາດຖະໜາຢາກສະໜອງບັນດາຂັ້ນຕອນບໍາລຸງສ້າງທີ່ມີໄຫວພິບ, ສອດຄ່ອງກັບວິວັດການຫັນເປັນດີຈີຕອນຂອງຫວຽດນາມ”.
ໂດຍ: ໄຊຊະນະ