ຕອນຄ່ຳວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ສະຖານທູດລາຊະອານາຈັກ ຊະອຸດີ ອາຣາເບຍ ເປັນປະທານ, ສົມທົບກັບສະຖານທູດ ອາຣັບ ແລະ ອິດສະລາມ ປະຈຳ ຫວຽດນາມ ຈຳນວນໜຶ່ງ (ຄື: ຄູເວດ, ລີບີ, ປາກິດສະຖານ, ອິນໂດເນເຊຍ, ມາເລເຊຍ…) ຈັດງານບຸນ Eid al-Fitr.

leftcenterrightdel
ງານບຸນ Eid al-Fitr. ພາບ: baovanhoa.vn

ງານບຸນ Eid al-Fitr ແມ່ນງານບຸນສຳຄັນທີ່ສຸດຂອງຊາວ ມຸດສະລິມ, ເປັນການສິ້ນສຸດເດືອນບຸນ Ramadan. ວັນບຸນ Eid al-Fitr ມີຄວາມໝາຍຂອງການເຕົ້າໂຮມ, ອະໄພ ແລະແບ່ງປັນ, ເມື່ອບັນດາຄອບຄົວເຕົ້າໂຮມກັນ, ມອບຂອງຂວັນ ແລະພ້ອມກັບຮັບປະທານບັນດາເຍື່ອງອາຫານພື້ນເມືອງທີ່ເປັນມູນເຊື້ອ.

ທີ່ເຫດການ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ແນະນຳຈຸດທີ່ເປັນເອກະລັກສະເພາະ, ຮີດຄອງປະເພນີ ແລະເຍື່ອງອາຫານພື້ນເມືອງທີ່ເປັນມູນເຊື້ອຂອງປະເທດຕົນໃນໂອກາດງານບຸນ Eid al-Fitr.

ໂດຍ: ກວຽດເຕິມ