ໄຂງານບຸນວິຫານ ເຈິ່ນ ປີ 2026
ຕອນຄ່ຳວັນທີ 1 ມີນາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດພິເສດເຂດສຸສານ ແລະວິຫານບູຊາບັນດາເຈົ້າຊີວິດສະໄໝ ເຈິ່ນ (ຕາແສງ ລອງຮືງ, ແຂວງຮືງອຽນ), ຄະນະກຳມະການປະຊາຊົນແຂວງຮືງອຽນ ໄດ້ຈັດພິທີໄຂງານບຸນວິຫານ ເຈິ່ນ ປີ 2026.
    |
 |
|
ງານບຸນລວມມີ 2 ກິດຈະກຳຫຼັກ, ດ້ວຍຂັ້ນຕອນຈັດພິທີໄດ້ຈັດຂຶ້ນຢ່າງເຄັ່ງຂຶມ. ພາບ: vov.vn |
ນັບແຕ່ປີ 2014, ເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດ ເຈິ່ນ ຖືກຈັດເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ແລະງານບຸນວິຫານ ເຈິ່ນ ຂອງແຂວງຖືກຈັດເຂົ້າບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
ງານບຸນລວມມີ 2 ກິດຈະກຳຫຼັກ, ດ້ວຍຂັ້ນຕອນຈັດພິທີໄດ້ຈັດຂຶ້ນຢ່າງເຄັ່ງຂຶມ, ເຄົາລົບນັບຖືຕາມປະເພນີທີ່ເປັນມູນເຊື້ອ, ລວມມີບັນດາພິທີກຳທີ່ເປັນເອກະລັກສະເພາະຂອງງານບຸນວິຫານ ເຈິ່ນ, ຄື: ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ, ພິທີແຫ່, ການເຄື່ອນໄຫວບູຊາ… ຂັ້ນຕອນຈັດງານບຸນລວມມີບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ແລະບັນດາການເຄື່ອນໄຫວຮັບໃຊ້ປະຊາຊົນ ແລະແຂກທ່ອງທ່ຽວ; ວາງສະແດງ, ໂຄສະນາ, ແນະນຳການທ່ອງທ່ຽວ ຮືງອຽນ… ນອກນັ້ນ, ໃນຂອບເຂດຂອງງານບຸນຍັງໄດ້ຈັດການເຄື່ອນໄຫວວັນກາບກອນຫວຽດນາມ.
ແຫຼ່ງຄັດຈາກ: vovworld.vn