ງານຕະຫຼາດນັດລະດູບານໃໝ່ ເຊື່ອມຕໍ່ຊຸມຊົນ, ແຜ່ຂະຫຍາຍພາສາຫວຽດ ຢູ່ Osaka
ກປ.ອອນໄລ - ເຫດການດັ່ງກ່າວ ໄດ້ສ້າງພື້ນທີ່ວັດທະນະທໍາ-ການສຶກສາທີ່ເຕັມໄປດ້ວຍສີສັນວັດທະນະທໍາຫວຽດນາມ ຢູ່ປະເທດຍີ່ປຸ່ນ.
    |
 |
|
ເຫດການດັ່ງກ່າວ ໄດ້ສ້າງພື້ນທີ່ວັດທະນະທໍາ-ການສຶກສາທີ່ເຕັມໄປດ້ວຍ ສີສັນວັດທະນະທໍາຫວຽດນາມ ຢູ່ປະເທດຍີ່ປຸ່ນ. ພາບ: vovworld.vn |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນພາສາແມ່ສາກົນ (21 ກຸມພາ) ແລະຕ້ອນຮັບບຸນປີໃໝ່ປະຈໍາຊາດ, ເປັນຄັ້ງທໍາອິດບັນດາໂຮງຮຽນ, ຫ້ອງຮຽນສອນພາສາຫວຽດ ຢູ່ນະຄອນ Osaka ແລະເຂດ Kansai (ຍີ່ປຸ່ນ) ໄດ້ສົມທົບກັນຈັດຕັ້ງງານຕະຫຼາດນັດລະດູບານໃໝ່ ທີ່ສະຫງວນໃຫ້ແກ່ນັກຮຽນ ແລະປະຊາຄົມຊາວຫວຽດນາມ.
    |
 |
|
ທ່ານນາງ ເລເທືອງ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ເຂດ Kansai. ພາບ: vovworld.vn |
ເຂົ້າຮ່ວມລາຍການ ມີຜູ້ຕາງໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາຢູ່ Osaka; ທ່ານນາງ ເລເທືອງ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ເຂດ Kansai; ພະອາຈານ ທິກດຶກຈີ້ ປະທານສະມາຄົມໜູນຊ່ວຍ ຍີ່ປຸ່ນ-ຫວຽດນາມ; ພ້ອມດ້ວຍຜູ້ປົກຄອງນັກຮຽນ, ຄູອາຈານ ແລະນັກຮຽນບັນດາໂຮງຮຽນສອນພາສາຫວຽດ ໃນພາກພື້ນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
    |
 |
|
ບັນດາຮ້ານວາງສະແດງ ດຶງດູດຄວາມສົນໃຈຂອງພໍ່ແມ່ປະຊາຊົນປະຊາຄົມ. ພາບ: vovworld.vn |
ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ເລເທືອງ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ເຂດ Kansai, ຜູ້ອໍານວຍການໂຮງຮຽນສອນພາສາຫວຽດ ໄກແຈ, ທູດພາສາຫວຽດ 2026 ເນັ້ນໜັກວ່າ ງານຕະຫຼາດນັດລະດູບານໃໝ່ ແມ່ນຮູບແບບການສຶກສາຄົ້ນຫາແບບສັງລວມ, ໃນນັ້ນ ພາສາຫວຽດ ບໍ່ພຽງແຕ່ໄດ້ສິດສອນໃນຫ້ອງຮຽນເທົ່ານັ້ນ ຫາກຍັງໄດ້ນໍາໃຊ້ໃນຊີວິດຕົວຈິງ ອີກດ້ວຍ. ເມື່ອພວກນ້ອງ ສື່ສານ, ຊື້ຂາຍ, ອ່ານປື້ມ, ສະແດງສິລະປະດ້ວຍພາສາຫວຽດ, ຄວາມຮັກຕໍ່ພາສາ ແລະວັດທະນະທໍາຂອງຊາດ ຈະເກີດຂຶ້ນແບບທໍາມະຊາດ ແລະຍືນຍົງ.
    |
 |
|
ງານຕະຫຼາດນັດລະດູບານໃໝ່ ບໍ່ພຽງແຕ່ເປັນການເຄື່ອນໄຫວລະຫຼິ້ນຊຸມຊົນ ເທົ່ານັ້ນ ຫາກຍັງເປັນຮູບແບບການສຶກສາຄົ້ນຫາທີ່ມີຊີວິດຊີວາອີກດ້ວຍ. ພາບ: vovworld.vn |
ພະອາຈານ ທິກດຶກຈີ້ ຫົວໜ້າຄະນະຈັດຕັ້ງ ຢັ້ງຢືນວ່າ ກິດຈະກໍາດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍທາງດ້ານວັດທະນະທໍາຕໍ່ຊຸມຊົນ ເທົ່ານັ້ນ ຫາກຍັງມີຄຸນຄ່າທາງດ້ານການສຶກສາອັນຍາວນານ, ສອດຄ່ອງກັບຈິດໃຈມະຕິ 80 ກ່ຽວກັບການພັດທະນາວັດທະນະທໍາ, ການສຶກສາ, ໃນນັ້ນເນັ້ນໜັກວ່າ ວັດທະນະທໍາ ແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ການສຶກສາແມ່ນກໍາລັງໜູນອັນຫຼັກແຫຼ່ງໃຫ້ແກ່ການພັດທະນາແບບຍືນຍົງອີກດ້ວຍ. ການເບິ່ງແຍງດູແລໃຫ້ແກ່ຄົນຮຸ່ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນປະກອບສ່ວນຮັກສາ ແລະແຜ່ຂະຫຍາຍພະລັງຊີວິດວັດທະນະທໍາຫວຽດນາມ ໃນສະພາບການເຊື່ອມໂຍງ.
ຄະນະຈັດຕັ້ງ ຫວັງວ່າ ຮູບແບບງານຕະຫຼາດນັດລະດູບານໃໝ່ ສົມທົບລະຫວ່າງການສຶກສາ-ວັດທະນະທໍາ-ຄົ້ນຫາ ຈະໄດ້ຈັດຕັ້ງເປັນປະຈໍາປີ, ເປີດກວ້າງຂອບຂະໜາດເທື່ອລະກ້າວ, ກາຍເປັນຈຸດພົ້ນເດັ່ນໃນວຽກງານອະນຸລັກຮັກສາພາສາຫວຽດ, ສົ່ງເສີມສີສັນວັດທະນະທໍາຂອງຊາດ ແລະເພີ່ມທະວີການສະໜິດຕິດພັນປະຊາຄົມຊາວຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ.
ໂດຍ: ໄຊຊະນະ