ວັນທີ 22 ກຸມພາ (ກົງກັບວັນທີ 06 ເດືອນຈຽງປີມະເມຍ), ຢູ່ເຂດທົ່ງນາ ດ້ອຍຕິນ, ສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ຕຽນເຊີນ ໄດ້ຈັດງານບຸນແຕ້ມປະດັບປະດາໃສ່ໂຕຄວາຍທີ່ງານບຸນລົງນາ ດ້ອຍເຊີນ ປີ 2026.

leftcenterrightdel
ນັກແຕ້ມພວມແຕ້ມໃສ່ໂຕຄວາຍ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມງານບຸນນີ້ມີນັກແຕ້ມ 15 ຄົນ ເປັນສະມາຊິກສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ. ຫົວຂໍ້ເຊິ່ງບັນດານັກແຕ້ມສຸມໃສ່ແຕ້ມໃສ່ໂຕຄວາຍ ເປັນຕົ້ນແມ່ນກ່ຽວຂ້ອງເຖິງສັດມົງຄູນໂຕມ້າ, ຊົມເຊີນພັກ, ຊົມເຊີຍລະດູບານໃໝ່, ບ້ານເກີດເມືອງນອນ, ປະເທດຊາດປ່ຽນແປງໃໝ່…

ຄວາຍທີ່ໄດ້ຮັບລາງວັນໃນງານບຸນນີ້ຈະເຂົ້າຮ່ວມພິທີລົງນາໃນວັນທີ 23 ກຸມພາ (ກົງກັບວັນທີ 07 ເດືອນຈຽງ ປີມະເມຍ). ນີ້ແມ່ນພາກສ່ວນສຳຄັນຂອງງານບຸນລົງ ນາ ດ້ອຍເຊີນ, ສະແດງໃຫ້ເຫັນຄວາມປາດຖະໜາວ່າ ປີໜຶ່ງດິນຟ້າອາກາດເອື້ອອຳນວຍສະດວກ, ລະດູການເກັບກຽວໄດ້ຮັບຜົນດີ.

ແຫຼ່ງຄັດຈາກ vovworld.vn