1. ນິຍາມກ່ຽວກັບສີສັນວັດທະນະທໍາ ຖືກເຂົ້າໃຈວ່າ ເປັນການເຕົ້າໂຮມບັນດາຄຸນຄ່າ, ຄວາມເຊື່ອໝັ້ນ, ຮີດຄອງປະເພນີ ແລະສັນຍາລັກຊ່ວຍໃຫ້ວົງຄະນາຍາດໜຶ່ງ ສາມາດຢັ້ງຢືນໄດ້ເຖິງຄວາມແຕກຕ່າງ ແລະລັກສະນະຕໍ່ເນື່ອງໃນປະຫວັດສາດ. ເມື່ອຖືກຈັດວາງໃນລະດັບຕົວເມືອງ, ສີສັນວັດທະນະທໍາ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຮູບແບບສະຖາປັດຕະຍາກໍາ ຫຼື ມໍລະດົກທີ່ເປັນຮູບປະທໍາ ເທົ່ານັ້ນ ຫາກຍັງມີວິຖີຊີວິດ, ການປະຕິບັດໃນສັງຄົມ ແລະອະນຸສອນລວມໝູ່ຂອງຊຸມຊົນ, ຜ່ານນັ້ນສ້າງເປັນຂີດໝາຍສະເພາະຂອງນະຄອນໜຶ່ງ.
    |
 |
|
ສາວ ຮ່າໂນ້ຍ ລົງທ້ອງຖະໜົນໃນລະດູໃບໄມ້ຫຼົ່ນ. ພາບ: ແຄ໋ງຮວ່າ. |
ຮ່າໂນ້ຍ ມີໂອກາດອັນສໍາຄັນເພື່ອເສີມຂະຫຍາຍສີສັນວັດທະນະທໍາ ໃຫ້ເປັນແຫຼ່ງກໍາລັງພັດທະນາ. ກ່ອນອື່ນໝົດ, ໃນຖານະທີ່ເປັນນະຄອນຫຼວງ, ຮ່າໂນ້ຍ ມີຖານະທີ່ຕັ້ງດ້ານການເມືອງ-ການບໍລິຫານພິເສດ, ອຳນວຍຄວາມສະດວກໃຫ້ນະຄອນ ກາຍເປັນບ່ອນເຕົ້າໂຮມແຫຼ່ງກໍາລັງແຫ່ງຊາດ ແລະ ສາກົນ. ທີສອງ, ລະບົບມໍລະດົກທີ່ອຸດົມສົມບູນ ແລະຫຼາກຫຼາຍ, ນັບແຕ່ມໍລະດົກທີ່ເປັນຮູບປະທໍາ ໄປຈົນເຖິງມໍລະດົກນາມມະທໍາ, ເປັນພື້ນຖານອັນລໍ້າຄ່າ ເພື່ອພັດທະນາອຸດສາຫະກໍາວັດທະນະທໍາ ແລະສ້າງເຄື່ອງໝາຍການຄ້າຕົວເມືອງ. ທີສາມ, ການຟື້ນຕົວຂອງຮຸ່ນນັກສິລະປິນໜຸ່ມ, ນັກທຸລະກິດດ້ານວັດທະນະທໍາ ແລະນັກສະຕາດອັບ ພວມປະກອບສ່ວນສ້າງນິຍາມ “ຮ່າໂນ້ຍ” ຄືນໃໝ່ ໃນສະພາບການຫັນເປັນໂລກາພິວັດ. ສຸດທ້າຍ, ການຮ່ວມມືສາກົນ ນັບມື້ນັບເປີດກວ້າງ, ພິເສດແມ່ນຜ່ານການເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດສ້າງຂອງອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທໍາ (UNESCO) ຫຼື ເວທີປາໄສວັດທະນະທໍາຂອງບັນດານະຄອນໃນໂລກ ຊ່ວຍໃຫ້ຮ່າໂນ້ຍ ໄດ້ສຳຜັດກັບບົດຮຽນປະສົບການ, ແຫຼ່ງກໍາລັງ ແລະໂອກາດຍົກສູງຖານະບົດບາດໃນແຜນທີ່ພາກພື້ນ ຕື່ມອີກ.
2. ເມື່ອຈັດຮ່າໂນ້ຍ ໃຫ້ຢູ່ໃນສະພາບການຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສາມາດເຫັນໄດ້ຄວາມຄ້າຍຄືກັນກ່ຽວກັບຂະບວນວິວັດການຫັນເປັນຕົວເມືອງ ຢ່າງວ່ອງໄວ, ແຕ່ກໍເຜີຍໃຫ້ເຫັນຄວາມແຕກຕ່າງ ໃນວິທີຂຸດຄົ້ນສີສັນວັດທະນະທໍາ ເພື່ອຮັບໃຊ້ການພັດທະນາ.
ສິງກະໂປ ເປັນຕົວຢ່າງທີ່ພົ້ນເດັ່ນກ່ຽວກັບການນໍາໃຊ້ວັດທະນະທໍາ ເປັນຍຸດທະສາດພັດທະນາໂດຍລວມ. ສິງກະໂປ ໄດ້ປະສົບຜົນສໍາເລັດໃນການປະສານສາມປັດໄຈເຂົ້າກັນ ຄື: ການອະນຸລັກຮັກສາ, ການປະດິດສ້າງ ແລະການສ້າງເຄື່ອງໝາຍການຄ້າ.
    |
 |
|
ລາຍການແຫ່ຂະບວນຊຸດອາພອນຫວຽດນາມ ໃນງານບຸນເຄື່ອງນຸ່ງພື້ນເມືອງຫວຽດນາມ “ແບກຮວາ ໂບ້ແຮ່ງ” ເຊິ່ງໄດ້ຈັດຕັ້ງອ້ອມໜອງ ຮວ່ານກ໋ຽມ (ຮ່າໂນ້ຍ), ເດືອນພະຈິກ 2025. ພາບ: ແຄ໋ງຮວ່າ. |
ສ່ວນບາງກອກ ໄດ້ເດີນຕາມເສັ້ນທາງທີ່ແຕກຕ່າງ. ໃນຊຸມປີມໍ່ໆມານີ້, ນະຄອນຫຼວງຂອງໄທ ໄດ້ເອົາໃຈໃສ່ເປັນພິເສດເຖິງການຟື້ນຟູຂົງເຂດສາທາ ລະນະ. ສິລະປະຕາມທ້ອງຖະໜົນ, ຕະຫຼາດກາງຄືນ ແລະຂົງເຂດວາງສະແດງກາງແຈ້ງ ໄດ້ກາຍເປັນສະຖານທີ່ດຶງດູດໃຈປະຊາຊົນ ແລະນັກທ່ອງທ່ຽວ. ບົດຮຽນຈາກບາງກອກ ໄດ້ສະແດງໃຫ້ເຫັນວ່າ ສີສັນວັດທະນະທຳ ບໍ່ພຽງແຕ່ໄດ້ຮັບການອະນຸລັກຮັກສາໄວ້ໃນມໍລະດົກທາງປະຫວັດສາດເທົ່ານັ້ນ ແຕ່ຍັງໄດ້ສ້າງຄືນໃໝ່ຢ່າງຕໍ່ເນື່ອງ ໃນຊີວິດຍຸກປັດຈຸບັນ.
ໃນຂະນະນັ້ນ, ຈາກາຕາຂອງອິນໂດເນເຊຍ ມີວິທີສຳພັດທີ່ແຕກຕ່າງ. ນະຄອນມີມໍລະດົກຕົວເມືອງທີ່ສຳຄັນ ຄື: ເມືອງ Kota Tua (ເມືອງເກົ່າ). ແທນທີ່ໃຫ້ແກ່ການອະນຸລັກຮັກສາ, ຈາກາຕາ ໄດ້ປະມວນເອົາຂົງເຂດນີ້ເຂົ້າໃນຍຸດທະສາດການພັດທະນາອຸດສາຫະກຳວັດທະນະທໍາ, ສົມທົບລະຫວ່າງມໍລະດົກທາງສະຖາປັດຕະຍະກຳກັບກິດຈະກຳເຄື່ອນໄຫວປະດິດສ້າງທີ່ທັນສະໄໝ ເຊັ່ນ: ງານວາງສະແດງສິລະປະ, ງານບຸນຕາມທ້ອງຖະໜົນ ແລະກິດຈະກຳເຄື່ອນໄຫວຂອງຊຸມຊົນ. ກໍລະນີນີ້ໄດ້ເປັນບົດຮຽນ ໃຫ້ແກ່ຮ່າໂນ້ຍ ກ່ຽວກັບລັກສະນະທີ່ມີໄຫວພິບ: ບໍ່ຄວນຖືເອົາການອະນຸລັກຮັກສາ ແລະພັດທະນາ ແມ່ນສອງຂະບວນການທີ່ແຍກກັນເຮັດແຕ່ຕ້ອງຊອກຫາວິທີການປະມວນເຂົ້າກັນເພື່ອທັງຮັກສາອະນຸສອນ, ຄວາມຊົງຈຳທັງຕອບສະໜອງຄວາມຕ້ອງການການພັດທະນາ.
ເມື່ອປຽບທຽບ ຮ່າໂນ້ຍ ກັບບັນດາຕົວເມືອງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຫັນວ່າ: ສິງກະໂປ ເປັນຕົວແທນໃຫ້ແກ່ຮູບແບບຍຸດທະສາດ ໂດຍລວມ, ຄົບຊຸດ ນັບແຕ່ການອະນຸລັກຮັກສາຕະຫຼອດຮອດອຸດສາຫະກໍາປະດິດສ້າງ; ບາງກອກ ແມ່ນໄດ້ເນັ້ນໜັກເຖິງບົດບາດຂອງການປະດິດສ້າງຂອງຊຸມຊົນ ແລະການນໍາໃຊ້ຂົງເຂດສາທາລະນະຄືນໃໝ່; ຈາກາຕາ ສະແດງໃຫ້ເຫັນລັກສະນະທີ່ມີໄຫວພິບ ເມື່ອສົມທົບລະຫວ່າງມໍລະດົກກັບກໍາລັງຄວາມສາມາດປະດິດສ້າງຂອງຍຸກປັດຈຸບັນ.
ປັດຈຸບັນ, ຮ່າໂນ້ຍ ຢູ່ໃນຈຸດໃຈກາງ: ມີມໍລະດົກອຸດົມສົມບູນຄ້າຍຄືກັບສິງກະໂປ, ມີຂົງເຂດທີ່ມີທ່າແຮງບົ່ມຊ້ອນ ຄືບາງກອກ ແລະມີຊຸມຊົນທີ່ມີຫົວຄິດປະດິດສ້າງໜຸ່ມແໜ້ນຄ້າຍຄືຈາກາຕາ; ແຕ່ຍັງບໍ່ທັນສ້າງໄດ້ກົນໄກທີ່ເຂັ້ມແຂງຢ່າງພຽງພໍເທື່ອ ເພື່ອເຊື່ອມຕໍ່ບັນດາປັດໄຈເຫຼົ່ານີ້ເຂົ້າໃນຍຸດທະສາດຢ່າງຄົບຊຸດ. ເພາະນັ້ນ, ການຮຽນຮູ້ຈາກປະສົບການສາກົນ ແມ່ນສິ່ງທີ່ຈຳເປັນເພື່ອໃຫ້ຮ່າໂນ້ຍ ສາມາດເສີມຂະຫຍາຍສີສັນວັດທະນະທຳໃຫ້ປຽບເໝືອນແຫຼ່ງກໍາລັງຍຸດທະສາດ ໃຫ້ແກ່ການພັດທະນາ.
3. ຈາກການຄົ້ນຄວ້າໃນໄລຍະຍາວ, ພວກຂ້າພະເຈົ້າ ຂໍສະເໜີແນະບາງຂໍ້ທີ່ມີລັກສະນະກໍານົດທິດຈໍານວນໜຶ່ງ ດັ່ງນີ້:
ກ່ອນອື່ນໝົດແມ່ນສ້າງຍຸດທະສາດລວມກ່ຽວກັບວັດທະນະທໍາໃຫ້ເປັນແຫຼ່ງກໍາລັງພັດທະນາ. ຮ່າໂນ້ຍ ຕ້ອງມີການວາງແຜນຜັງທີ່ເໝາະສົມ, ໃນນັ້ນ ວັດທະນະທໍາ ບໍ່ພຽງແຕ່ຖືວ່າເປັນຂົງເຂດຊ່ວຍຊູເທົ່ານັ້ນ ແຕ່ຍັງຕ້ອງກາຍເປັນເສົາຄໍ້າທີ່ໄປຄຽງຄູ່ກັບດ້ານເສດຖະກິດ ແລະສັງຄົມອີກດ້ວຍ. ຍຸດທະສາດນີ້ ຕ້ອງຕິດພັນກັບການວາງແຜນຜັງຕົວເມືອງ, ພັດທະນາ ອຸດສາຫະກໍາວັດທະນະທໍາ, ການທ່ອງທ່ຽວແບບຍືນຍົງ ແລະອະນຸລັກຮັກສາມໍລະດົກ. ຕ້ອງມີແຜນການກະທໍາລະອຽດ, ມີເປົ້າໝາຍສາມາດວັດແທກໄດ້ຢ່າງຈະແຈ້ງ.
ການຕິດພັນການອະນຸລັກຮັກສາມໍລະດົກກັບການປ່ຽນແປງໃໝ່ປະດິດສ້າງແມ່ນມີຄວາມສໍາຄັນຍິ່ງ. ບັນດາມໍລະດົກທີ່ເປັນຮູບປະທໍາ ຄື ຄຸ້ມຖະໜົນ ເກົ່າ, ເຂດຊຸມຊົນຝຣັ່ງ ຫຼື ບັນດາໝູ່ບ້ານອາຊີບພື້ນເມືອງສາມາດກາຍເປັນພື້ນຖານໃຫ້ແກ່ການເຄື່ອນໄຫວປະດິດສ້າງໃນຍຸກປັດຈຸບັນ, ນັບແຕ່ສິລະປະ, ການອອກແບບຕະຫຼອດຮອດອຸດສາຫະກໍາການທ່ອງທ່ຽວ ແລະການບໍລິການ. ສິ່ງນີ້ຮຽກຮ້ອງໃຫ້ອໍານາດການປົກຄອງ ສ້າງກົນໄກໜູນຊ່ວຍລະອຽດ, ຕົວຢ່າງຄືໃຫ້ບຸລິມະສິດພິເສດແກ່ໂຄງການປະດິດສ້າງຢູ່ເຂດມໍລະດົກ, ສົ່ງເສີມການຮ່ວມມືລະຫວ່າງນັກສິລະປິນ, ວິສາຫະກິດ ແລະຊຸມຊົນ.
ຄຽງຂ້າງນັ້ນ, ການຮ່ວມມືສາກົນ ກໍຕ້ອງຍູ້ແຮງໃນໄລຍະຈະມາເຖິງ. ການຮ່ວມມືສາກົນ ບໍ່ພຽງແຕ່ຢຸດຢູ່ທີ່ການແລກປ່ຽນດ້ານວິຊາການ ຫຼື ເຫດການ ວັດທະນະທໍາ ເທົ່ານັ້ນ ຫາກຍັງຕ້ອງຕິດພັນກັບການດຶງດູດການລົງທຶນໃຫ້ແກ່ໂຄງການປະດິດສ້າງ, ສ້າງເຄື່ອງໝາຍການຄ້າຕົວເມືອງຢູ່ຕະຫຼາດທົ່ວໂລກ ແລະສ້າງຕ່ອງໂສ້ມູນຄ່າວັດທະນະທໍາ-ການປະດິດສ້າງທີ່ມີລັກສະນະຍືນຍົງ ອີກດ້ວຍ.
ການຂຸດຄົ້ນສີສັນວັດທະນະທໍາ ເປັນແຫຼ່ງກໍາລັງພັດທະນາ ມີຄວາມໝາຍອັນຍາວນານ ກໍ່ຕໍ່ເມື່ອມັນໄປຄຽງຄູ່ກັບການຄຸ້ມຄອງແບບຍືນຍົງ ກ່ຽວກັບສິ່ງແວດລ້ອມ ແລະສັງຄົມ. ມົນລະພິດທາງອາກາດ, ພື້ນຖານໂຄງລ່າງຮັບນ້ຳໜັກຫຼາຍເກີນໄປ ຫຼື ການຫັນມໍລະດົກເປັນການຄ້າຫຼາຍເກີນໄປ ລ້ວນແຕ່ເປັນປັດໄຈທີ່ນາບຂູ່ໂດຍກົງເຖິງຄຸນນະພາບຊີວິດ ແລະຄຸນຄ່າຂອງສີສັນ. ອໍານາດການປົກຄອງນະຄອນຫຼວງຮ່າໂນ້ຍ ຕ້ອງຕິດພັນນະໂຍບາຍດ້ານວັດທະນະທຳກັບເປົ້າໝາຍປົກປັກຮັກສາສິ່ງແວດລ້ອມ, ຄວາມຍຸຕິທຳໃນສັງຄົມ, ແລະຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນຕົວເມືອງຂຶ້ນ.
ເປັນທີ່ຈະແຈ້ງແລ້ວວ່າ, ຖ້າໝູນໃຊ້ທ່າແຮງບົ່ມຊ້ອນທາງດ້ານສີສັນວັດທະນະທຳ, ຮ່າໂນ້ຍ ບໍ່ພຽງແຕ່ສາມາດປັບປຸງຖານະບົດບາດ ເປັນນະຄອນຫຼວງແຫ່ງອະລິຍະທໍານັບພັນປີເທົ່ານັ້ນ, ຫາກຍັງສາມາດຢັ້ງຢືນທີ່ຕັ້ງຂອງຕົນເປັນຕົວເມືອງປະດິດສ້າງແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ, ບ່ອນທີ່ອະດີດ ແລະປັດຈຸບັນລວມຕົວກັນ ເພື່ອສ້າງອະນາຄົດພັດທະນາແບບຍືນຍົງ.
ໂດຍ: ໄຊຊະນະ