ກ່າວຄໍາເຫັນທີ່ພິທີໄຂ, ນັກສິລະປິນຖ່າຍຮູບ ເຈິ່ນທິທູດົງ, ປະທານສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ ໃຫ້ຮູ້ວ່າ ເລື່ອງເລືອກເຟັ້ນແຂວງດັກລັກ ແມ່ນສະຖານທີ່ຈັດຕັ້ງບໍ່ພຽງແຕ່ຍ້ອນທີ່ຕັ້ງພູມສາດເທົ່ານັ້ນ ຫາກຍັງມີຄວາມໝາຍທາງດ້ານວັດທະນະທໍາ, ເພາະວ່າສະຖານທີ່ແຫ່ງນີ້ແມ່ນ “ຕົວແບບຂະໜາດນ້ອຍ” ຂອງຫວຽດນາມ ເມື່ອມີ 45 ຊົນເຜົ່າອ້າຍນ້ອງທີ່ດໍາລົງຊີວິດຮ່ວມກັນ.

ງານວາງສະແດງແນະນໍາຮູບພາບສິລະປະທີ່ດີເດັ່ນ 180 ແຜ່ນ. ຜ່ານແງ່ມູມຂອງນັກສິລະປິນຖ່າຍຮູບ, ພາບພົດຂອງ 54 ຊົນເຜົ່າຫວຽດນາມ ໄດ້ປະກົດອອກຄືຜ້າແພທີ່ໃຫຍ່ໂຕ, ສີສັນຫຼາກຫຼາຍ, ສັກສິດ, ໄດ້ຢືນຢັນເຖິງກຳລັງແຮງພາຍໃນ ແລະຈິດໃຈມະຫາສາມັກຄີຊົນເຜົ່າທີ່ອະມະຕະ.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ ໄດ້ມອບຊຸດຮູບພາບດັ່ງກ່າວໃຫ້ແກ່ສະມາຄົມວັນນະຄະດີສິລະປະແຂວງດັກລັກ ເພື່ອວາງສະແດງຜັດປ່ຽນກັນຢູ່ທ້ອງຖິ່ນຕ່າງໆຂອງແຂວງເພື່ອຮັບໃຊ້ໝູ່ປະຊາຊົນ.

ງານວາງສະແດງບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ສົມເບິ່ງສິລະປະເທົ່ານັ້ນຫາກຍັງແມ່ນການສະແດງຄວາມຮູ້ບູນຄູນອັນເລິກເຊິ່ງມາຍັງບັນດານັກສິລະປິນຖ່າຍຮູບ. ງານວາງສະແດງ ຈະດໍາເນີນໄປຮອດວັນທີ 6 ເມສາ ຈຶ່ງອັດລົງ.

ໂດຍ: ທູຈາງ