leftcenterrightdel
ການມອບໃບຢັ້ງຢືນ UNESCO ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນຳເຂົ້າບັນຊີລາຍຊື່ມໍລະດົກຕ້ອງປົກປັກຮັກສາໂດຍດ່ວນ. ພາບ: baobacninhtv.vn

ເລືຶ່ອງ UNESCO ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງໄດ້ຮັບການປົກປັກຮັກສາໂດຍດ່ວນນັ້ນບໍ່ພຽງແຕ່ຢັ້ງຢືນຄຸນຄ່າປະຫວັດສາດ, ວັດທະນະທຳ, ຄວາມງາມທີ່ເປັນເອກະລັກເທົ່ານັ້ນ ຫາກຍັງແມ່ນການຮັບຮູ້ຄວາມມານະພະຍາຍາມຂອງນັກສິລະປະກອນລຸ້ນຕ່າງໆ ແລະຊຸມຊົນໝູ່ບ້ານອາຊີບ. ພ້ອມດຽວກັນນັ້ນນີ້ກໍແມ່ນຈຸດເວລາຕັກເຕືອນກ່ຽວກັບຄວາມຮັບຜິດຊອບສາກົນໃນການອະນຸລັກຮັກສາ, ຟື້ນຟູ ແລະເສີມຂະຫຍາຍຄຸນຄ່າມໍລະດົກຕໍ່ບັນດາສິ່ງທ້າທາຍຂອງຍຸກສະໄໝ.

ທ່ານ ຟ້າມຮວ່າງເຊີນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ: “ເພື່ອປະຕິບັດໂຄງການເຄື່ອນໄຫວປົກປັກຮັກສາມໍລະດົກນັ້ນ, ທາງແຂວງ ບັກນິງ ກຳນົດສືບຕໍ່ສ້າງກົນໄກ, ນະໂຍບາຍໜູນຊ່ວຍຊຸມຊົນປະຕິບັດອາຊີບ ແລະນັກສິລະປະກອນໃຫ້ສົມບູນແບບ. ໄປຄຽງຄູ່ກັນນັ້ນ, ຍູ້ແຮງການບຳລຸງສ້າງ, ຖ່າຍທອດອາຊີບ; ນຳການສຶກສາມໍລະດົກເຂົ້າໂຮງຮຽນຢ່າງມີແບບມີແຜນ; ປະຕິບັດການສຳຫຼວດກວດກາ, ຫັນເປັນດີຈີຕອນ ແລະຄົ້ນຄວ້າມໍລະດົກຢ່າງມີລະບົບ, ມີວິທະຍາສາດ; ເພີ່ມທະວີການໂຄສະນາ, ຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບຄຸນຄ່າມໍລະດົກ”.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ