ກ່າວຄໍາເຫັນເປີດເຫດການ, ທ່ານ Worrayan Boonnarat ຜູ້ວ່າການແຂວງ Mukdahan ເນັ້ນໜັກວ່າ ງານບຸນດັ່ງກ່າວເພື່ອໂຄສະນາສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ແລະວັດທະນະທໍາພື້ນເມືອງທີ່ມີລັກສະນະສະເພາະຂອງທ້ອງຖິ່ນກັບແຂກທ່ອງທ່ຽວສາກົນ.

leftcenterrightdel
ງານບຸນເຕັດ ຄັ້ງທີ 6 ດໍາເນີນຢູ່ແຂວງ Mukdahan ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ. ພາບ: ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Khon Kaen

ງານບຸນກໍ່ມີຄວາມໝາຍກໍ່ສ້າງປະຊາຄົມ, ລວມມີຊາວຫວຽດນາມ, ຊາວຈີນ, ຊາວລາວ ອາໄສຢູ່ຕ່າງປະເທດ ແລະປະຊາຊົນໄທ ສາມັກຄີ, ປະກອບສ່ວນຊຸກຍູ້ການຮ່ວມມືພັດທະນາດ້ານເສດຖະກິດ-ສັງຄົມລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ.

ກ່າວຄໍາເຫັນຊົມເຊີຍເຫດການ, ທ່ານ ດິງຮວ່າງລິງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Khon Kaen, ໄທ ຕີລາຄາສູງຂໍ້ລິເລີ່ມຈັດຕ້ັງງານບຸນດ້ວຍຄວາມໝາຍແມ່ນການເຄື່ອນໄຫວການທູດປະຊາຊົນ, ປະກອບສ່ວນຂໍ່ານັບຮັບຕ້ອນ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ໄທ (1976-2026).

ທີ່ລາຍການພົບປະແລກປ່ຽນສິລະປະ, ຄະນະນະຄອນໂຮ່ຈີມິນ ໄດ້ສະແດງບົດເພງໃໝ່ທີ່ມີຊື່ວ່າ “ຫວຽດນາມ-ໄທ ແຫ່ງຄວາມຮັກແພງ”, ໄດ້ປະດິດເພື່ອຂໍ່ານັບຮັບຕ້ອນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ໄທ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເຫດການຖ່າຍຮູບເປັນທີ່ລະນຶກກັບພວກຫຼານເຍົາວະຊົນແຂວງ Mukdahan. ພາບ: ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Khon Kaen

ເນື່ອງໃນໂອກາດນີ້, ທ່ານ ດິງຮວ່າງລິງ ໄດ້ສົ່່ງຄໍາຂອບໃຈທີ່ຈິງໃຈກ່ຽວກັບການປະກອບສ່ວນທີ່ມີຄວາມໝາຍ, ແທດຈິງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Khon Kaen ໄດ້ໜູນຊ່ວຍປະຊາຊົນພາຍໃນປະເທດແກ້ໄຂຄວາມຫຍຸ້ງຍາກຍ້ອນໄພທໍາມະຊາດພາຍຸກໍ່ຂຶ້ນໃນປີ 2025.

ປີ 2026 ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ໄທ, ບົດບາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຖານະເປັນຂົວຕໍ່ມິດຕະພາບ, ເຊື່ອມຕໍ່ຄວາມຮັກອັນດີງາມລະຫວ່າງປະຊາຊົນສອງປະເທດ, ຈະກາຍເປັນສິ່ງທີ່ມີຄວາມໝາຍຍິ່ງຂຶ້ນ.

ໂດຍ: ໄຊນີດາ