ບັນດາລາຍການສະແດງດົນຕີ ແລະ ແຟຊັນທີ່ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ, ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງຫວຽດນາມ ໃນລາຍການ  ອັນໄດ້ຮັບຄວາມສົນໃຈ ແລະ ກຳລັງໃຈຢ່າງລົ້ນເຫຼືອຈາກຜູ້ຊົມກວ່າ 300 ຄົນ, ເຊິ່ງເປັນຊາວຫວຽດນາມ ດຳລົງຊີວິດຢູ່ ອັງກິດ ແລະ ເພື່ອນມິດສາກົນທີ່ຮັກສິລະປະ ແລະ ວັດທະນະທຳ ຫວຽດນາມ.

leftcenterrightdel
ລາຍການ ໄດ້ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງສະຫະພັນແມ່ຍິງສາກົນຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ, ບໍລິສັດ Park Pharmacy ແລະ ເຄື່ອງໝາຍການຄ້າຊຸດເສື້ອຍາວ Love Collection ເຊິ່ງໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ເຊີດຊູ ແລະແຜ່ຂະຫຍາຍຄວາມງາມຂອງວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ ພ້ອມທັງຍົກສູງພາບພົດປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

ແຫຼ່ງຄັດຈາກ: vovworld.vn