ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ສະໜາມກິລາ ແຂວງ ດຽນບຽນ, ຄະນະຊີ້ນຳສູນກາງ ສະເຫຼີມສະຫຼອງ ບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງປະເທດຊາດ ໃນ 3 ປີ (2023 - 2025) ໄດ້ຈັດຕັ້ງການຝືກຊ້ອມຄັ້ງໃຫຍ່ກ່ອນທີ່ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ (07/05/1954 - 07/05/2024). ເຂົ້າຮ່ວມການຝືກຊ້ອມຄັ້ງໃຫຍ່, ມີທ່ານ ຫງວຽນຈ້ອງເຫງ້ຍ ເລຂາສູນການພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳສູນກາງ ສະເຫຼີມສະຫຼອງ ບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງປະເທດຊາດ; ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ ສູນກາງ ແລະ ແຂວງດຽນບຽນ.

leftcenterrightdel
ການຝືກຊ້ອມຄັ້ງໃຫຍ່. ພາບ: vov.vn

ກ່າວຄຳເຫັນທີ່ການຖອດຖອນບົດຮຽນປະສົບການ ພາຍຫຼັງການຝືກຊ້ອມຄັ້ງໃຫຍ່, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ຕີລາຄາສູງໝາກຜົນຂອງການຝືກຊ້ອມຄັ້ງໃຫຍ່, ທ່ານໃສ່ໃຈບັນດາຫົວໜ່ວຍຕ້ອງສືບຕໍ່ຍົກສູງ ວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນ ແລະ ເພື່ອນມິດສາກົນ ເພິ່ງພໍໃຈ ເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ. ໄປຄຽງຄູ່ກັນນັ້ນ, ບັນດາຫົວໜ່ວຍຕ້ອງກະກຽມວຽກງານຕ້ອນຮັບຜູ້ແທນ ກໍ່ຄືບັນດາການເຄື່ອໄຫວໃນຕະຫຼອດໄລຍະດຳເນີນພິທີໃຫ້ເປັນຢ່າງດີ…

ພິທີສະເຫຼີມສະຫຼອງ 70 ປີ ແຫ່ງໄຊຊະນະດຽນບຽນຝູ ແມ່ນເຫດການສຳຄັນພິເສດ, ມີຄວາມໝາຍ, ມີຂອບຂະຫນາດ ແລະ ຄຸນຄ່າ ອັນຍິ່ງໃຫຍ່, ເພື່ອແນໃສ່ປຸກລະດົມ, ເສີມຂະຫຍາຍມູນເຊື້ອຮັກຊາດ, ລັດທິວິລະຊົນປະຕິວັດ, ຈິດໃຈສູ້ຮົບຢ່າງເດັດດ່ຽວ ເອົາຊະນະຢ່າງເດັດຂາດ ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ປະເທດຊາດ ຫວຽດນາມ ສັງຄົມນິຍົມຢ່າງໝັ້ນແກ່ນ.

ແຫຼ່ງຄັດຈາກ vovworld.vn