leftcenterrightdel
ນຳໃຊ້ເຕັກໂນໂລຢີປັນຍາປະດິດ (AI), ເພື່ອເຮັດຮູບເຄິ່ງຄີງໃຫ້ມີສີສັນທີ່ມີຊີວິດຊີວາກວ່າ. ພາບ: qdnd.vn

ຕອນເຊົ້າວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ອົງການ “ຫົວໃຈທະຫານ ຫວຽດນາມ” ໄດ້ສົມທົບກັບວາລະສານສິ່ງແວດລ້ອມ ແລະ ຕົວເມືອງ ຫວຽດນາມ, ຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະໂມສອນ “ອາຍຸ 20 ປີຕະຫຼອດໄປ” ຈັດພິທີເປີດຕົວໂຄງການແຕ່ງຮູບເກົ່າເປັນຮູບໃໝ່ສຳລັບບັນດານັກສິລະປະກອນ, ນັກປັນຍາຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຫຼື ມີຄຸນງາມຄວາມດີໃນການຕໍ່ຕ້ານ. ເພື່ອແນໃສ່ປະກອບສ່ວນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ, ນັກສິລະປະກອນວັນນະຄະດີ, ປັນຍາຊົນທີ່ໄດ້ເສຍຊີວິດເພື່ອບ້ານເກີດເມືອງນອນ, ຫຼື ຜູ້ມີຄຸນງາມຄວາມດີໃນສະໄໝສູ້ຮົບ, ກຸ່ມນັກຈິດຕະກອນໜຸ່ມຂອງອົງການ “ຫົວໃຈທະຫານ ຫວຽດນາມ” ໄດ້ນຳໃຊ້ເຕັກໂນໂລຢີປັນຍາປະດິດ (AI), ເພື່ອເຮັດຮູບເຄິ່ງຄີງໃຫ້ມີສີສັນທີ່ມີຊີວິດຊີວາກວ່າ ແລະ ຊ່ວຍໃຫ້ຜູ້ອ່ານມີແງ່ມູມໃໝ່ກ່ຽວກັບນັກຮົບວິລະຊົນ, ຜູ້ທີ່ມີຊື່ສຽງ, ຜູ້ທີ່ມີຄຸນງາມຄວາມດີຕໍ່ບ້ານເກີດເມືອງນອນ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ນຳສະເໜີຜົນງານ “ເຟື້ອງ” ຂອງນັກປະພັນ ຟ້າມກ່ຽວເຟື້ອງ. ນີ້ແມ່ນເລື່ອງລາວໂດຍ ທ່ານນາງ ຟ້າມກ່ຽວເຟື້ອງ (ເກີດປີ 1943), ເຊິ່ງເປັນລູກສາວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຟ້າມວັນບ໋າຍ (1920 – 1951), ຜູ້ທີ່ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານໃນບັ້ນຮົບ ຮວ່າງຮວາຖາມ.

ໂດຍ: ກວຽດເຕິມ