ພາບພົດກ່ຽວກັບປະເທດຊາດ, ວັດທະນະທຳ ແລະການທ່ອງທ່ຽວຂອງຫວຽດນາມ ໄດ້ແນະນຳເຖິງປະຊາຊົນ ກາດານາ ໃນຂອບເຂດງານວາງສະແດງການທ່ອງທ່ຽວ ແລະໄລຍະພັກຜ່ອນຄັ້ງທີ 27 ເຊິ່ງໄດ້ດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ ໃນລະຫວ່າງວັນທີ 6–7 ເມສາ ຢູ່ນະຄອນ Ottawa.

ເຫດການດັ່ງກ່າວມີການເຂົ້າຮ່ວມຂອງສະຖານທູດ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບັນດາຄະນະທຸຕານຸທູດສາກົນ ປະຈຳ Ottawa, ບັນດາບໍລິສັດທ່ອງທ່ຽວ ແລະບໍລິສັດສະໜອງການບໍລິການທ່ອງທ່ຽວຈາກທຸກເຂດແຄວ້ນໃນທົ່ວໂລກ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ດ້ວຍຈຸດປະສົງສະແດງຄວາມສຳຄັນ ແລະຄຸນຄ່າຂອງບັນດາປະເພດຜະລິດຕະພັນທ່ອງທ່ຽວ, ງານວາງສະແດງໃນປີນີ້ໄດ້ສະໜອງໃຫ້ແຂກທ່ອງທ່ຽວກ່ຽວກັບຂໍ້ມູນຂອງຫຼາຍກວ່າ 60 ສະຖານທີ່ທ່ອງທ່ຽວສາກົນ ກໍ່ຄືປະມານ 40 ສະຖານທີ່ທ່ອງທ່ຽວຢູ່ ການາດາ ແລະ ອາເມລິກາ. ຮ້ານວາງສະແດງຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍດ້ວຍບັນດາຮູບພາບກ່ຽວກັບປະຊາຊົນ ແລະປະເທດຫວຽດນາມ ທີ່ສວຍງາມ. ບັນດາຮູບການທ່ອງທ່ຽວທີ່ຈັບອົກຈັບໃຈ ແລະສະຖານທີ່ທ່ອງທ່ຽວທີ່ມີຊີວິດຊີວາໄດ້ນຳມາແນະນຳຢ່າງພົ້ນເດັ່ນໃນງານວາງສະແດງ, ອັນໄດ້ຊ່ວຍແຂກທ່ອງທ່ຽວຮູ້ເຖິງນ້ຳໃຈຄວາມຮັກແພງແຂກຄົນຂອງຊາວ ຫວຽດນາມ ໄດ້ຢ່າງຈະແຈ້ງກວ່າ.

ໂດຍ: ກວຽດເຕິມ