ຕາມຕົວເລກສະຖິຕິຂອງພະແນກທ່ອງທ່ຽວນະຄອນໂຮ່ຈີມິນ, ໃນເດືອນທີ່ດໍາເນີນງານບຸນເສື້ອຍາວ (ເດືອນ ມີນາ 2024), ໄດ້ດຶງດູດນັກທ່ອງທ່ຽວສາກົນ 480.000 ເທື່ອຄົນ ແລະນັກທ່ອງທ່ຽວພາຍໃນປະເທດເກືອບ 3 ລ້ານເທື່ອຄົນ ເຂົ້າຮ່ວມການເຄື່ອນໄຫວຂອງງານບຸນ. ລາຍຮັບທີ່ໄດ້ຈາກການເຄື່ອນໄຫວງານບຸນ ບັນລຸ 15.975 ຕື້ດົ່ງ.

leftcenterrightdel
ງານບຸນເສື້ອຍາວນະຄອນໂຮ່ຈີມິນ  ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍ. ພາບ: ຮຸ່ງຄວາ

ຈຸດພົ້ນເດັ່ນຂອງງານບຸນເສື້ອຍາວນະຄອນໂຮ່ຈີມິນ ຄັ້ງທີ 10 ຂອງນະຄອນໂຮ່ຈີມິນ ແມ່ນມີຫຼາຍການເຄື່ອນໄຫວແບບມີສ່ວນຮ່ວມລະຫວ່າງປະຊາຊົນ, ນັກທ່ອງທ່ຽວກັບຊຸດເສື້ອຍາວພື້ນເມືອງ. ໃນນັ້ນ, ລາຍການສະແດງຊຸດເສື້ອຍາວມີຜູ້ເຂົ້າຮ່ວມ 5.000 ຄົນ, ການປະກວດ “ຄວາມງາມຂອງຊຸດເສື້ອຍາວນະຄອນໂຮ່ຈີມິນ” ໄດ້ດຶງດູດຜູ້ເຂົ້າປະກວດເກືອບ 1.000 ຄົນ,  ງານປະກວດຊຸດເສື້ອຍາວທາງອອນລາຍ ໄດ້ຮັບຮູບຖ່າຍສົ່ງເຂົ້າມາປະກວດເກືອບ 1.600 ຮູບ, ການປະກວດອອກແບບໂລໂກ້ເພື່ອສະເຫຼີມສະຫຼອງ 10 ປີແຫ່ງການຈັດຕັ້ງງານບຸນເສື້ອຍາວ ໄດ້ຮັບຜົນງານທີ່ມີຊີວິດຊີວາ, ປະດິດຄິດສ້າງສົ່ງເຂົ້າມາປະກວດເກືອບ 250 ຜົນງານ...

ເພື່ອແນໃສ່ແຜ່ຂະຫຍາຍສານທີ່ວ່າ “ຈົ່ງປະໃຫ້ແມ່ຍິງທຸກຄົນໄດ້ມີກາລະໂອກາດນຸ່ງເສື້ອຍາວ”, ຄະນະຈັດຕັ້ງໄດ້ຮັບ ແລະມອບເສື້ອຍາວເກືອບ 30.000 ຊຸດໃຫ້ສະມາຊິກສະຫະພັນແມ່ຍິງ ແລະແມ່ຍິງ. ຄຽງຂ້າງນັ້ນ, ຮ້ານ “ເສື້ອຍາວທີ່ຮັກແພງ” ໂດຍສະຫະພັນແມ່ຍິງນະຄອນຮັບຜິດຊອບກໍ່ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ ແລະນັກທ່ອງທ່ຽວສາກົນເປັນຈໍານວນຫຼວງຫຼາຍ. ສະຫະພັນແມ່ຍິງໄດ້ມອບເສື້ອຍາວ 1.000 ກວ່າຊຸດໃຫ້ແກ່ແມ່ຍິງທີ່ເປັນກໍາມະກອນຮັບຜິດຊອບວຽກງານອະນາໄມ, ຮັກສາສິ່ງແວດລ້ອມ, ຜູ້ຫາບເຄື່ອງຂາຍຕາມທ້ອງຖະໜົນ, ແມ່ຍິງປະສົບກັບຄວາມຫຍຸ້ງຍາກ, ພະນັກງານຫ້ອງການ, ນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ.

ພິເສດ, ຄະນະຈັດຕັ້ງງານບຸນເສື້ອຍາວ ໄດ້ຮັບໃບຢັ້ງຢືນສະຖິຕິຫວຽດນາມ ໃຫ້ແກ່ປະເພດ “ງານບຸນເຊີດຊູ ແລະໂຄສະນາເຜີຍແຜ່ເສື້ອຍາວຫວຽດນາມ ໄດ້ຈັດຂຶ້ນໃນແຕ່ລະປີຢ່າງຕໍ່ເລື່ອງຫຼາຍຄັ້ງທີ່ສຸດ”.

ໂດຍ: ຈາງຫງວຽນ