leftcenterrightdel
ການຍິງບັ້ງໄຟດອກໃນລາຍການສະແດງສິລະປະ "ກາດບ່າສີຂຽວ ປີ 2024". ພາບ: haiphong.gov.vn.

ພາຍຫຼັງພິທີໄຂ ແມ່ນລາຍການສະແດງສິລະປະ “ກາດບ່າສີຂຽວ ປີ 2024”. ໃນຂອບເຂດຂອງງານບຸນ ຍັງມີບັນດາກິດຈະກຳອື່ນໆອີກ, ເຊັ່ນ: ງານບຸນບອນລູນ, ການແຂ່ງຂັນແລ່ນ Fastest X ກາດບ່າ Amatina, ການແຂ່ງຊ່ວງເຮືອ ມັງກອນ ເມືອງ ກາດຫາຍ (ເປີດກວ້າງ). ເອື້ອຍ ຮວ່າງທິແຮ້ງ, ນັກທ່ອງທ່ຽວມາຈາກແຂວງ ຖ໊າຍບິ່ງ ເຂົ້າຮ່ວມງານບຸນທ່ອງທ່ຽວ ກາດບ່າ ແບ່ງປັນວ່າ:

“ນີ້ບໍ່ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄປທ່ອງທ່ຽວຢູ່ ກາດບ່າ ແຕ່ຄັ້ງນີ້ໂຊກດີທີ່ມາກົງກັບໂອກາດໄຂງານບຸນທ່ອງທ່ຽວ ກາດບ່າ. ບັນຍາກາດຢູ່ທີ່ມ່ວນຫຼາຍ. ຂ້າພະເຈົ້າເຫັນວ່າ ກາດບ່າ ໄດ້ມີການປ່ຽນແປງຫຼາຍຢ່າງ. ຫາດຊາຍທະເລຍັງງາມ ແລະດຶງດູດໃຈນັກທ່ອງທ່ຽວຫຼາຍ, ການບໍລິການການທ່ອງທ່ຽວກໍດີຂຶ້ນ. ບັນດາກິດຈະກຳໃນງານບຸນກໍ່ມີຄວາມເປັນເອກະລັກ ແລະຈັບອົກຈັບໃຈຫຼາຍ. ຂ້າພະເຈົ້າມັກການຂີ່ບອນລູນຫຼາຍ”.

ເກາະ ກາດບ່າ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນເຂດຊີວະວິທະຍາໂລກ ປີ 2024. ປີ 2023, ເກາະ ກາດບ່າ ພ້ອມກັບອ່າວ ຮະລອງ (ແຂວງ ກວ໋າງນິງ) ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນມໍລະດົກທຳມະຊາດລະດັບໂລກ.

ໂດຍ: ກວຽດເຕິມ